ໂຄງ​ການ​ຊ່ວຍເຫຼືອ​ຕ່າງ​ປະ​ເທດ​ຂອງ​ຈີນທີ່ “ນ້ອຍ​ແຕ່​ງາ​ມ”ຫຼາຍ​ໂຄງ​ກາ​ນ ໄດ້​ດຳ​ເນີນ​ໃນ​ທົ່ວ​ໂລກ

CGTN, February 12, 2025
Size:

ວັນທີ 11 ກຸມພານີ້, ອົງການພັດທະນາແລະຮ່ວມມືສາກົນແຫ່ງຊາດຈີນໄດ້ປະກາດບົດລາຍງານພາຍໃຕ້ຫົວຂໍ້ “ພຶດຕິກຳຂອງຈີນໃນການພັດທະນາແລະຮ່ວມມືສາກົນ” ເພື່ອແນະນຳໂຄງການ“ນ້ອຍແຕ່ງາມ”ແລະສະພາບການຊ່ວຍເຫຼືອພັດທະນາແບບສີຂຽວ.

ທ່ານຮູຈ່າງລຽງ ຮອງຫົວໜ້າອົງການພັດທະນາແລະຮ່ວມມືສາກົນແຫ່ງຊາດຈີນແນະນຳໃຫ້ຮູ້ວ່າ: ຈີນໄດ້ເຊື່ອມຕໍ່ກັບແຜນການພັດທະນາຂອງບັນດາປະເທດຢ່າງແໜ້ນແຟ້ນ, ຍຶດໝັ້ນຖືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນນັ້ນເປັນເນື້ອໃນສຳຄັນ. ຫຼາຍໂຄງການທີ່ໃກ້ຊິດກັບສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ, ມີຜົນປະໂຫຍດຕໍ່ຊີວິດປະຊາຊົນ ແລະມີປະສິດທິຜົນໄວ ໄດ້ດຳເນີນໃນທົ່ວໂລກ ໂດຍໄດ້ກໍ່ຕົວເປັນໂຄງການຍິ່ຫໍ້ຂອງຈີນທີ່ຊ່ວຍເຫຼືອຕ່າງປະເທດ ເຊັ່ນ: ທີມການແພດ ແລະເຂົ້ານາປະສົມພັນເປັນຕົ້ນ. ນອກນີ້, ຂະໜາດການຊ່ວຍເຫຼືອການພັດທະນາແບບສີຂຽວຂອງຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນແລະຕັ້ງໜ້າໃນການຊ່ວຍເຫຼືອປະເທດພວມພັດທະນາບັນລຸການຫັນແບບສີຂຽວແລະກາກບອນຕ່ຳ .

ທ່ານຮູຈ່າງລຽງເນັ້ນໜັກວ່າ: ພວກເຮົາບໍ່ເຄີຍຢຸດການຊ່ວຍເຫຼືອຕ່າງປະເທດຈັດເທື່ອ, ພວກເຮົາໄດ້ໃຫ້ການຊ່ວຍເຫຼືອຕາມສັນຍາ ທັງສຸດຄວາມສາມາດຂອງຕົນ, ຈັດວາງວຽກງານຊ່ວຍເຫຼືອຕ່າງປະເທດ ໂດຍອີງຕາມໄລຍະການພັດທະນາຂອງພວກເຮົາເອງ ແລະຄວາມສາມາດຂອງພວກເຮົາ.