ຕອນຄ່ຳວັນທີ 10 ກຸມພານີ້, ໜ່ວຍງານຖະແຫຼງຂ່າວຂອງຄະນະກຳມະການຄຸ້ມຄອງແຫ່ງຊາດມຽນມາເປີຍເຜີຍໃຫ້ຮູ້ວ່າ: ໃນວັນທີ 9 ກຸມພານີ້, ກອງທັບຄວາມໝັ້ນຄົງມຽນມາໄດ້ດຳເນີນການບັງຄັບໃຊ້ກົດໝາຍຢູ່ເຂດໄມແຢທາງພາກເໜືອລັດຊັນ, ໂດຍໄດ້ທຳລາຍສູນຫຼອກລວງຜ່ານທາງໂທລະຄົມອີກຄັ້ງ, ທັງຈັບຕົວຜູ້ຖືກສົງໄສທີ່ມີສ່ວນຮ່ວມໃນການຫຼອກລວງຜ່ານທາງໂທລະຄົມ ແລະການພະນັນຜ່ານທາງອິນເຕີເນັດຈຳນວນ 21 ຄົນ.
ຕາມຂ່າວລາຍງານວ່າ, ລະຫວ່າງວັນທີ 5-9 ກຸມພານີ້, ກອງທັບຄວາມໝັ້ນຄົງມຽນມາໄດ້ດຳເນີນການບັງຄັບໃຊ້ກົດໝາຍຢ່າງຕໍ່ເນື່ອງຢູ່ສະຖານທີ່ທີ່ກ່ຽວຂ້ອງ, ໂດຍໄດ້ທຳລາຍສູນຫຼອກລວງຜ່ານທາງໂທລະຄົມຫຼາຍແຫ່ງ, ຈັບຕົວຜູ້ຖືກສົງໄສທີ່ມີການກະທຳຜິດກົດໝາຍ ຄື: ການຫຼອກລວງຜ່ານທາງໂທລະຄົມ ແລະການພະນັນຜ່ານທາງອິນເຕີເນັດເປັນຕົ້ນຈຳນວນ 102 ຄົນ, ທັງໄດ້ຍຶດອຸປະກອນທີ່ໃຊ້ໃນການກະທຳທີ່ຜິດກົດໝາຍຈຳນວນຫຼວງຫຼາຍກັບທີ່.