ນັບແຕ່ເປີດການແຂ່ງຂັນອອກແບບສິລະປະສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ປະຈໍາປີ 2024 ເປັນຕົ້ນມາ, ໄດ້ດຶງດູດຄວາມສົນໃຈຂອງຜູ້ເຂົ້າຮ່ວມຈາກ 6 ປະເທດ LM ຢ່າງກວ້າງຂວາງ ທີ່ໄດ້ສົ່ງຜົນງານເຂົ້າແຂ່ງຂັນຢ່າງຕັ້ງໜ້າ ເຊິ່ງລວມທັງໝົດມີຜົນງານໜຶ່ງພັນກວ່າແຜ່ນ(ຊຸດ). ການແຂ່ງຂັນຄັ້ງນີ້ດຳເນີນໄປພາຍໃຕ້ຫົວຂໍ້ການພັດທະນາແບບຍືນຍົງ ເພື່ອສົ່ງເສີມໃຫ້ບັນດາຜູ້ອອກແບບປະກອບຄວາມຄິດເຫັນຕໍ່ອະນາຄົດສີຂຽວໂດຍຜ່ານຮູບແບບສິລະປະ. ຜ່ານການກວດສອບຢ່າງເຂັ້ມງວດຂອງຄະນະກຳມະການສາກົນ, ຜົນງານຂອງທ້າວ ເຊິນອີເຈີ ທີ່ມີຊື່ວ່າ ການເດີນທາງຂອງພະລັງງານ LM ໄດ້ຮັບຄະແນນສູງສຸດ ແລະ ໄດ້ຮັບລາງວັນດີເດັ່ນ ໂດຍໄດ້ຮັບເງິນລາງວັນສູງເຖິງ 20.000 ຢວນຈີນ.ສຳລັບລາຍຊື່ຜົນງານທີ່ໄດ້ຮັບລາງວັນຈາກການແຂ່ງຂັນຄັ້ງນີ້ມີດັ່ງນີ້: ຜົນງານຂອງນາງ ຫວັງເຊິ່ງຢາ ແລະ ທ້າວ ກູ້ຢູນຮົວ ທີ່ມີຊື່ວ່າ ພະລັງງານສີຂຽວໃໝ່ LM ຮ່ວມກັນສ້າງອະນາຄົດ ໄດ້ຮັບລາງວັນທີ 1, ສ່ວນອີກ 10 ຜົນງານ ເຊັ່ນ ກຳລັງຂັບເຄື່ອນໃໝ່ສີຂຽວ ອະນາຄົດໃໝ່ຂອງ LM ທີ່ເປັນຜົນງານຂອງທ້າວ ເຊິນເຢເຊິ ໄດ້ຮັບລາງວັນທີ 2 ແລະ ອີກ 20 ຜົນງານໄດ້ຮັບລາງວັນທີ 3. ນອກຈາກນີ້, ຍັງມີອີກ 60 ຜົນງານໄດ້ຮັບລາງວັນຊົມເຊີຍ.
ການແຂ່ງຂັນຄັ້ງນີ້ ບໍ່ພຽງແຕ່ເປັນເວທີແລກປ່ຽນຄຳຄິດເຫັນ ແລະ ການສະແດງອອກເທົ່ານັ້ນ, ຍັງເປັນຊ່ອງທາງສຳຄັນໃນການສົ່ງເສີມການຮ່ວມມືຂ້າມປະເທດ ແລະ ເປັນການຍົກສູງສະຕິອະນຸຮັກສິ່ງແວດລ້ອມ ເຊິ່ງບັນດາຜົນງານທີ່ສົ່ງເຂົ້າຮ່ວມແຂ່ງຂັນໄດ້ສະແດງໃຫ້ເຫັນເຖິງມູມມອງ ແລະ ຫົວຄິດປະດິດສ້າງທີ່ພິເສດສະເພາະຕົວຂອງບັນດານັກສິລະປະຂອງປະເທດຕ່າງໆ ໃນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການດ້ານການພັດທະນາແບບສີຂຽວຂອງທົ່ວໂລກຢ່າງຕັ້ງໜ້າ.
ການແຂ່ງຂັນອອກແບບສິລະປະສາກົນ LM ປະຈຳປີ 2024 ແມ່ນມີຫຼາຍອົງການຮ່ວມກັນເປັນເຈົ້າພາບ ແລະ ນັບແຕ່ເລີ່ມຈັດຂຶ້ນ ໃນປີ 2020 ເປັນຕົ້ນມາ, ການແຂ່ງຂັນໄດ້ກາຍເປັນການແຂ່ງຂັນດ້ານສິລະປະທີ່ມີຊື່ສຽງໃນພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.