ວັນທີ 8 ກຸມພານີ້, ລັດຖະບານຈີນ-ໄທ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຫັນໜ້າສູ່ອະນາຄົດ ແລະ ຖືເອົາປະຊາຊົນເປັນໃຈກາງ, ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ໄທທີ່ໝັ້ນຄົງກວ່າເກົ່າ, ມີຄວາມຈະເລີນຮຸ່ງເຮືອງ ແລະ ຍືນຍົງກວ່າເກົ່າ.
ເນື້ອໃນຖະແຫຼງການດັ່ງກ່າວລະບຸວ່າ: ສອງຝ່າຍເນັ້ນໜັກວ່າ: ພາຍໃຕ້ ກົນໄກຮ່ວມມືສອງຝ່າຍ ກໍຄືກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະກົນໄກການຮ່ວມມືໃນພາກພື້ນຕ່າງໆ, ສອງຝ່າຍ ຈະເພີ່ມທະວີການປາບປາມອາດຊະຍາກຳຂ້າມຊາດຕ່າງໆ ໂດຍບໍ່ມີການອົດກັ້ນຢ່າງເດັດຂາດ ເຊັ່ນ: ການຄ້າມະນຸດ, ການຫຼອກລວງທາງໂຄລະຄົມ, ການຄ້າຂາຍຢາເສບຕິດ, ການພະນັນທາງອິນເຕີເນັດທີ່ຜິດກົດໝາຍ, ການຟອກເງິນ ແລະອື່ນໆ, ດຳເນີນການລາດຕະເວນຮ່ວມປະຕິບັດກົດໝາຍຕາມລຳແມ່ນ້ຳຂອງ.
ສອງຝ່າຍ ຈະເປິກສາຫາລືຕື່ມອີກກ່ຽວກັບການສ້າງກົນໄກປະສານງານ ແລະ ການຮ່ວມມືທີ່ເໝາະສົມໂດຍໄວ ເພື່ອປາບປາມການພະນັນທາງອິນເຕີເນັດ ແລະ ການຫຼອກລວງທາງໂທລະຄົມຢ່າງມີປະສິດທິຜົນ ພ້ອມທັງເຫັນດີຕັ້ງໜ້າເຂົ້າຮ່ວມ “ການເຄື່ອນໄຫວຮັກສາຄວາມສະຫງົບປອດໄພຢູ່ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ຮ່ວມກັນຊຸກຍູ້ການຮ່ວມມືດ້ານຕຸລາການຢູ່ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນໃນພາກພື້ນ.