ກຸ່ມບໍລິສັດນານນິງທາງລົດໄຟຈີນຈຳກັດເປີດເຜີຍໃຫ້ຮູ້ວ່າ: ເດືອນມັງກອນແລ້ວນີ້, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມທີີ່ອອກເດີນທາງຈາກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນນັ້ນ ໄດ້ຂົນສົ່ງສິນຄ້າ 3062 ຕູ້ຄອນເທັນເນີ, ເພີ່ມຂຶ້ນ 760% ເມື່ອທຽບໃສ່ໄລຍະດຽວກັນປີກາຍ, ສືບຕໍ່ຮັກສາທ່ວງທ່າເຕີບໂຕທີ່ເຂັ້ມແຂງ, ເປັນການຄ້ຳປະກັນດ້ານການຂົນສົ່ງອັນເຂັ້ມແຂງຕໍ່ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ຫວຽດນາມ.
ບໍລິສັດທີ່ດຳເນີນທຸລະກິດຂົນສົ່ງສິນຄ້າຂາເຂົ້າ-ຂາອອກແຫ່ງໜຶ່ງແນະນຳໃຫ້ຮູ້ວ່າ: ເດືອນມັງກອນແລ້ວນີ້, ບໍລິສັດຕົນໄດ້ສົ່ງອອກສິນຄ້າອຸດສາຫະກຳ-ເຄມີ ແລະ ໄມ້ແປ້ນຈຳນວນຫຼວງຫຼາຍໄປສູ່ຫວຽດນາມ, ໃນນັ້ນ, ຂົນສົ່ງຜ່ານ ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມຫຼາຍກວ່າ 1.400 ຕູ້, ເພີ່ມຂຶ້ນຫຼາຍກວ່າ 10 ເທົ່າເມື່ອທຽບໃສ່ໄລຍະດຽວກັນປີກາຍ.
ປັດຈຸບັນນີ້, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມທີີ່ອອກເດີນທາງຈາກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງຈີນ ໄດ້ທົ່ວເຖິງ 25 ແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຂອງຈີນ, ສ່ວນການຂົນສົ່ງສິນຄ້າຂ້າມຊາດໄດ້ເຂົ້າເຖິງຫຼາຍປະເທດອາຊຽນ ເຊັ່ນ: ຫວຽດນາມ, ລາວ, ໄທ ແລະອື່ນໆ, ເຊິ່ງໄດ້ຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ປະເທດອາຊຽນຢ່າງແຂງແຮງ, ມີຜົນດີຕໍ່ການຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມກ້າວເຂົ້າສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.