ການ​ຂົນ​ສົ່ງ​ສິນ​ຄ້າ ແລະ ຜູ້​ໂດຍ​ສານ​ຂ້າມ​ຊາດ​ຕາມ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ມີ​ການ​ເລີ່ມ​ຕົ້ນ​ທີ່​ດີ​ໃນ​ປີ​ນີ້

CGTN, February 8, 2025
Size:

ຫວ່າງມໍ່ໆມານີ້, ແຫຼ່ງຂ່າວຈາກອົງການພາສີນະຄອນຄຸນໝິງໃຫ້ຮູ້ວ່າ: ເດືອນມັງກອນປີ 2025, ຄົນເຂົ້າ-ອອກເມືອງທີ່ແຈ້ງຜ່ານດ່ານໂດຍຜ່ານທາງລົດໄຟລາວ-ຈີນ ພາຍໃຕ້ການຕິດຕາມຄຸ້ມຄອງຕາມອົງການພາສີນະຄອນຄຸນໝິງໄດ້ມີເຖິງ 29.964 ເທື່ອຄົນ, ເພີ່ມຂຶ້ນ 63% ເມື່ອທຽບໃສ່ເດືອນມັງກອນປີ 2024; ສິນຄ້າຂ້າມຊາດທີ່ຂົນສົ່ງຕາມທາງລົດໄຟລາວ-ຈີນມີເຖິງ 478.000 ໂຕນ ແລະ ມີມູນຄ່າ 1,33 ຕື້ຢວນ, ຕ່າງໄດ້ເພີ່ມຂຶ້ນ 7% ແລະ 2% ຕາມລຳດັບ. ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຂ້າມຊາດຕາມທາງລົດໄຟລາວ-ຈີນໄດ້ມີການເລີ່ມຕົ້ນທີ່ດີໃນປີນີ້.

ໃນໄລຍະພັກບຸນກຸດຈີນປີນີ້, ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຕາມທາງລົດໄຟລາວ-ຈີນມີຄວາມຟົດຟື້ນຫຼາຍ ໂດຍໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດ 8.817 ເທື່ອຄົນ ແລະ ຂົນສົ່ງສິນຄ້າຂ້າມຊາດ 112.200 ໂຕນ ທີ່ມີມູນຄ່າ 372 ລ້ານຢວນ.