ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ: ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ບຸກ​ຄົນ​ໃດໆ​ໃສ່​ຮ້າຍ​ປ້າຍ​ສີ​ມິດ​ຕະ​ພາບ​ຈີນ-ກຳ​ປູ​ເຈຍ

CGTN, February 7, 2025
Size:

ໂດຍແນໃສ່ເລື່ອງບາງສື່ສັງຄົມອອນລາຍເຜີຍແຜ່ຖ້ອຍຄວາມກ່ຽວກັບກຳປູເຈຍໃນຫວ່າງມໍ່ໆມານີ້, ວັນທີ 6 ກຸມພານີ້, ທ່ານກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວປະຈຳວ່າ: ຖ້ອຍຄວາມທີ່ກ່ຽວຂ້ອງເປັນຂ່າວລືທີ່ໄຮ້ມູນຄວາມຈິງ ແລະ ເປັນການໃສ່ຮ້າຍປ້າຍສີທັງໝົດ. ຈີນເຊື່ອໝັ້ນວ່າ: ມິດຕະພາບທີ່ໝັ້ນຄົງລະຫວ່າງຈີນ-ກຳປູເຈຍຈະບໍ່ຖືກຜົນກະທົບໃດໆ, ແລະຈະບໍ່ອະນຸຍາດໃຫ້ບຸກຄົນໃດໆໃສ່ຮ້າຍປ້າຍສີມິດຕະພາບຈີນ-ກຳປູເຈຍ.

ທ່ານກົ່ວເຈ່ຍຄຸ່ນຍັງກ່າວຕື່ມວ່າ: ຈີນ ແລະ ກຳປູເຈຍເປັນເພື່ອນມິດຖາວອນທີ່ຮ່ວມທຸກຮ່ວມສຸກ ເອົາໃສ່ໃຈ່ຊ່ວຍເຫຼືອເຊິ່ງກັນແລະກັນ, ມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນ-ກຳປູເຈຍແມ່ນສ້າງຂຶ້ນໂດຍຜູ້ນຳຮຸ້ນເກົ່າຂອງສອງປະເທດ, ໄດ້ຜ່ານການທົດສອບຈາກສະຖານະການທີ່ປ່ຽນແປງເລື້ອຍໆ, ສອດຄ່ອງກັບຜົນປະໂຫຍດພື້ນຖານຂອງສອງປະເທດ ແລະ ປະຊາຊົນສອງຊາດ, ມີພະລັງຊີວິດທີ່ເຂັ້ມແຂງ ແລະ ອະນາຄົດການພັດທະນາທີ່ກວ້າງຂວາງ, ກຳລັງຝ່າຍໃດກໍບໍ່ສາມາດຫວັ່ນໄຫວຄອນແຄນ ແລະ ທຳລາຍມິດຕະພາບຈີນ-ກຳປູເຈຍໄດ້.

ແຫຼ່ງຂ່າວຈາກ: CGTN