ໃນ​ໄລ​ຍະພັກ​ບຸນ​ກຸດ​ຈີນ ນັກ​ທ່ອງ​ທ່ຽວ​ສັນ​ຊາດ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ອອກ​ແດນປະ​ເທດ​ຈີນ​ຜ່ານ​ດ່ານ​ບໍ່​ຫານ​ຢູ່​ເຂດ​ຊາຍ​ແດ​ນ​ລະ​ຫວ່າງ​ຈີນ-ລາວ​ໄດ້​ມີ​ເຖິງ 27.000 ກວ່າ​ເທື່ອ​ຄົນ

CGTN, February 7, 2025
Size:

ອີງຕາມດ່ານກວດກາຄົນເຂົ້າອອກເມືອງບໍ່ຫານຈີນແຈ້ງໃຫ້ຮູ້ໃນວັນທີ 5 ກຸມພານີ້ວ່າ: ໃນໄລຍະວັນພັກບຸນກຸດຈີນປີ 2025 (ຄືລະຫວ່າງວັນທີ 28 ມັງກອນຫາວັນທີ 4 ກຸມພາປີນີ້), ດ່ານບໍ່ຫານຢູ່ເຂດຊາຍແດນລະຫວ່າງຈີນ-ລາວ(ລວມທັງດ່ານທາງຫຼວງແລະດ່ານທາງລົດໄຟ) ນັບລວມແລ້ວໄດ້ກວດກາໃຫ້ຜ່ານດ່ານຕໍ່ນັກທ່ອງທ່ຽວສັນຊາດຕ່າງປະເທດເຂົ້າອອກແດນປະເທດຈີນທີ່ມາຈາກ 47 ປະເທດແລະເຂດແຄວ້ນຈຳນວນ 27.000 ກວ່າເທື່ອຄົນ,ເພີ່ມຂຶ້ນ 110% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ອີງຕາມຜົນການສະຖິຕິຈາກດ່ານກວດກາຄົນເຂົ້າອອກເມືອງບໍ່ຫານຂອງແຂວງຢຸນນານຈີນສະແດງໃຫ້ເຫັນວ່າ: ໃນຈຳນວນນັກທ່ອງທ່ຽວສັນຊາດຕ່າງປະເທດທີ່ເຂົ້າອອກແດນປະເທດຈີນຜ່ານດ່ານບໍ່ຫານໃນໄລຍະວັນພັກບຸນກຸດຈີນ, ນັກທ່ອງທ່ຽວທີ່ເຂົ້າເມືອງໂດຍຍົກເວັ້ນວີຊາກວມຫຼາຍກວ່າ 97%, ນັກທ່ອງທ່ຽວທີ່ເຂົ້າເມືອງດ້ວຍຈຸດປະສົງການທ່ອງທ່ຽວແລະຢາມພີ່ນ້ອງເພື່ອນມິດກວມຫຼາຍກວ່າ 80%, ປະເທດທີ່ມີຄົນເຂົ້າແດນປະເທດຈີນຫຼາຍທີ່ສຸດແມ່ນລາວ,ໄທ,ມາເລເຊຍ,ອາເມຣິກາ,ຝຣັ່ງແລະເຢຍລະມັນຕາມລຳດັບ.