ວັນທີ 4 ກຸມພານີ້ ທ່ານພູມທຳ ເວດຍະໄຊ ຮອງນາຍົກລັດຖະມົນຕີໄທປະກາດວ່າ: ນັບແຕ່ເວລາ 9 ໂມງຂອງວັນທີ 5 ກຸມພານີ້ເປັນຕົ້ນໄປ, ໄທຈະຕັດຂາດການສະໜອງໄຟຟ້າ, ນ້ຳມັນເຊື້ອໄຟແລະອິນເຕີເນັດຕໍ່ 5 ເຂດຕາມຊາຍແດນລະຫວ່າງໄທ-ມຽນມາ, ເພື່ອໂຈມຕີການເຄື່ອນໄຫວຫຼອກລວງຜ່ານທາງໂທລະຄົມຢູ່ເຂດທີ່ກ່ຽວຂ້ອງ.
ທ່ານພູມທຳ ເວດຍະໄຊໄດ້ເປັນປະທານກອງປະຊຸມສຸກເສີນຂອງຄະນະກຳມະການຄວາມໝັ້ນຄົງແຫ່ງຊາດໄທໃນຕອນບ່າຍວັນທີ 4 ກຸມພານີ້. ທ່ານໃຫ້ສຳພາດຕໍ່ນັກຂ່າວຫຼັງກອງປະຊຸມວ່າ: ການຫຼອກລວງຜ່ານທາງໂທລະຄົມໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ມວນຊົນປະເທດໄທ, ໄດ້ກາຍເປັນບັນຫາຄວາມໝັ້ນຄົງແຫ່ງຊາດ, ລັດຖະບານໄທໄດ້ດຳເນີນການສຳຫຼວດແລ້ວພົບເຫັນວ່າ 5 ເຂດດັ່ງກ່າວທີ່ໄດ້ຮັບການສະໜອງແມ່ນມີສ່ວນກ່ຽວພັນເຖິງການເຄື່ອນໄຫວຫຼອກລວງຜ່ານທາງໂທລະຄົມ, ເລີຍຕົກລົງວ່າ: ນັບແຕ່ເວລາ 9 ໂມງຂອງວັນທີ 5 ກຸມພານີ້ເປັນຕົ້ນໄປ, ຕັດຂາດການສະໜອງໄຟຟ້າ, ນ້ຳມັນເຊື້ອໄຟແລະອິນເຕີເນັດຕໍ່ເຂດດັ່ງກ່າວ, ພ້ອມທັງໄດ້ລົງມືແຈ້ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງມຽນມາຮູ້.