ກຳ​ປູ​ເຈຍ​ສົ່ງ​ນັກ​ກິ​ລາ​ໄປ​ເຂົ້າ​ຮ່ວມ​ງານ​ມະ​ຫະ​ກຳ​ກິ​ລາ​ເອ​ຊຽນ​ເກມ​ລະ​ດູ​ໜາວ​ເປັນ​ຄັ້ງ​ທຳ​ອິດ

CGTN, February 6, 2025
Size:

ວັນທີ 4 ກຸມພານີ້, ຄະນະກຳມະການໂອລິມປິກກຳປູເຈຍແຈ້ງໃຫ້ຮູ້ວ່າ: ນັກກິລາປະເທດຕົນຈະເຂົ້າຮ່ວມງານມະຫະກຳກິລາເອຊຽນເກມລະດູໜາວທີ່ຮາບິນຂອງຈີນ ເຊິ່ງເປັນຄັ້ງທຳອິດທີ່ກຳປູເຈຍສົ່ງນັກກິລາໄປເຂົ້າຮ່ວມງານກິລາດັ່ງກ່າວ.

ຕາມຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ຄະນະນັກກິລາກຳປູເຈຍລວມທັງນັກກິລາ ແລະ ຄູເຝິກທັງໝົດ 9 ຄົນ, ຈະເຂົ້າຮ່ວມການແຂ່ງຂັນກິລາເລື່ອນຫິມະ. ນີ້ແມ່ນກຳປູເຈຍເຂົ້າຮ່ວມງານມະຫະກຳກິລາເອຊຽນເກມລະດູໜາວເປັນຄັ້ງທຳອິດໃນປະຫວັດສາດ.

ແຫຼ່ງຂ່າວຈາກ: CGTN