ວັນທີ 31 ມັງກອນຜ່ານມານີ້, ຄະນະກຳມະການບໍລິຫານປະເທດມຽນມາ ໄດ້ອອກຄຳສັ່ງຫຼາຍຢ່າງເພື່ອປັບປຸງ, ສັບຊ້ອນຄະນະກຳມະການບໍລິຫານປະເທດ ແລະ ແຕ່ງຕັ້ງຄະນະກຳມະການ 16 ທ່ານ, ໃນນັ້ນ, ທ່ານ ມິນອອງລາຍ ສືບຕໍ່ດຳລົງຕຳແໜ່ງເປັນປະທານຄະນະກຳມະການບໍລິຫານປະເທດ.
ພ້ອມດຽວກັນນັ້ນ, ຄະນະກຳມະການບໍລິຫານປະເທດມຽນມາ ຍັງໄດ້ປັບປຸງຄະນະລັດຖະບານສະຫະພາບມຽນມາ, ທ່ານ ມິນອອງລາຍ ສືບຕໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີມຽນມາ. ຕາມຂ່າວແຈ້ງວ່າ: ການປັບປຸງຄະນະລັດຖະບານຄັ້ງນີ້ ມີລັດຖະມົນຕີຫຼາຍທ່ານ ຖືກສັບຊ້ອນ ແລະ ແຕ່ງຕັ້ງໃໝ່.