ໄທຄາດວ່າເສັ້ນທາງລົດໄຟຄວາມໄວສູງຈາກໄທຫາຈີນຈະເປີດບໍລິການໃນປີ 2030

CGTN, February 5, 2025
Size:

ວັນທີ 29 ມັງກອນຜ່ານມາ, ລັດຖະບານໄທ ປະກາດວ່າ: ຄາດວ່າເສັ້ນທາງລົດໄຟຄວາມໄວ ສູງທີ່ມີຄວາມຍາວ 609 ກິໂລແມັດຈະເລີ່ມເປີດບໍລິການໃນປີ 2030. ເສັ້ນທາງລົດໄຟສາຍນີ້ ຈະເຊື່ອມຕໍ່ກັບລາວ ແລະ ຈີນ, ແຕ່ແຜນການດັ່ງກ່າວຊ້າກວ່າແຜນການເກົ່າທີ່ກໍານົດໄວ້ເກືອບ 10 ປີ.

ທ່ານຈິຣາຢຸ ໂຄສົກລັດຖະບານໄທ ກ່າວວ່າ: ເສັ້ນທາງລົດໄຟໄລຍະທີ່ເຊື່ອມຕໍ່ນະຄອນ ຫຼວງບາງກອກ ກັບ ນະຄອນໂຄຣາດ ເຊິ່ງໄກຈາກນະຄອນຫຼວງບາງກອກ ປະມານ 220 ກິໂລແມັດ ໄດ້ສຳເລັດການກໍ່ສ້າງຫຼາຍກວ່າ 1/3 ແລ້ວ, ສ່ວນເສັ້ນທາງລົດໄຟໄລຍະໄປ ຫາໜອງຄາຍທີ່ຕິດກັບຊາຍແດນລາວຈະສ້າງສຳເລັດໃນປີ 2030. ເສັ້ນທາງລົດໄຟລາວ-ຈີນ ທີ່ ເປີດນຳໃຊ້ໃນປີ 2021 ຈະເຊື່ອມຕໍ່ກັບໜອງຄາຍໂດຍຜ່ານນະຄອນຫຼວງວຽງຈັນ ເຊິ່ງມີໄລຍະຍາວປະມານ 25 ກິໂລແມັດ.

ໄທ-ຈີນ ໄດ້ເຊັນສັນຍາກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງໄປຫາຈີນ ໃນປີ 2017, ຕາມແຜນ ການເກົ່າແມ່ນເລີ່ມເປີດບໍລິການໃນປີ 2021.