ວັນທີ 22 ມັງກອນ 2025, ສະຖານທູດຈີນປະຈຳລາວໄດ້ຈັດງານລ້ຽງຕ້ອນຮັບບຸນກຸດຈີນ 2025. ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດລາວ, ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ, ທ່ານຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ, ພ້ອມດ້ວຍລັດຖະມົນຕີ 10 ກວ່າທ່ານ ຜູ້ຕາງໜ້າຊາວຈີນຕ່າງດ້າວ ແລະ ເຊື້ອສາຍຈີນ, ຜູ້ຊ່ຽວຊານຈີນທີ່ມາຊ່ວຍເຫຼືອລາວ, ໜ່ວຍງານທຸລະກິດຈີນປະຈຳລາວ, ຄູອາຈານ ແລະ ນັກສຶກສາຈີນລວມທັງໝົດ 600 ກວ່າຄົນໄດ້ເຂົ້າຮ່ວມ.
ທ່ານນາງຟ່າງຫົງ ທູ ເອກອັກຄະລັດຖະທູດຈີນປະຈຳລາວໄດ້ກ່າວຄຳເຫັນ, ໂດຍສົ່ງຄວາມອວຍພອນປີໃໝ່ບຸນກຸດຈີນໃຫ້ແກ່ພີ່ນ້ອງຮ່ວມຊາດຊາວຈີນ ທັງໝົດທີ່ອາໄສຢູ່ລາວ ແລະ ວົງການຕ່າງໆຂອງລາວ, ພ້ອມທັງກ່າວວ່າ: ບຸນກຸດຈີນ ແລະ ການຟ້ອນລຳວົງລາວໄດ້ຮັບເຂົ້າເປັນມໍລະດົກໂລກ, ເຮັດໃຫ້ບຸນກຸດຈີນຢູ່ລາວມີບັນຍາກາດທີ່ຟົດຟື້ນ ແລະ ໃກ້ຊິດກວ່າເກົ່າ. ທ່ານນາງຟ່າງຫົງ ຍັງກ່າວຕື່ມວ່າ: ພາຍໃຕ້ການນຳພາຂອງຜູ້ນຳທັງສອງປະເທດ, ການພົວພັນຈີນ-ລາວໄດ້ກ້າວຂຶ້ນສູ່ລະດັບສູງກວ່າເກົ່າ, ມູນຄ່າເສດຖະກິດການຄ້າລະຫວ່າງສອງປະເທດບັນລຸເຖິງ 8,23 ຕື້ໂດລາ, ເພີ່ມຂຶ້ນ 15,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 45 ລ້ານເທື່ອຄົນ ແລະ ສິນຄ້າຫຼາຍກວ່າ 50 ລ້ານໂຕນ, ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ໄດ້ຮັບຜົນສຳເລັດຢ່າງຈົບງາມໃນຂັ້ນເບື້ອງຕົ້ນ. ພວກເຮົາຮູ້ສຶກພູມໃຈຕໍ່ຜົນສຳເລັດຂອງທັງສອງປະເທດ ແລະ ສາຍພົວພັນລະຫວ່າງສອງປະເທດ, ແລະ ພ້ອມທີ່ຈະຮ່ວມມືກັນຕໍ່ໄປໃນການສືບຕໍ່ເປັນຜູ້ສົ່ງເສີມ ແລະ ຜູ້ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ມິດຕະພາບລະຫວ່າງສອງປະເທດໃນແນວໂຮມຕ່າງໆ.
ບັນຍາກາດພາຍໃນງານຄັ້ງນີ້ມີຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສຸກ, ບັນດາຜູ້ເຂົ້າຮ່ວມໄດ້ສຳຜັດກັບການຂຽນຕົວໜັງສື "福" (ຄວາມສຸກ), ການແກ້ຄຳທວາຍ ແລະ ກິດຈະກຳບຸນກຸດຈີນອື່ນໆ, ຊິມລົດຊາດອາຫານຈີນຕ່າງໆເຊັ່ນ : “ໂຣ້ວເຈ່ຍໂມ”(ແປ້ງອົບໄສ້ຊີ້ນ) ແລະ ໝີ່ຕົ້ມ “ຕ້ານຕ້ານມ້ຽນ”, ຮັບຮູ້ຜົນງານຫຼ້າສຸດຂອງການຮ່ວມມືຈີນ-ລາວ, ແລະ ຊົມການສະແດງເຊັ່ນ: ການເຊີດມັງກອນ ແລະ ການເຊີດສິງໂຕເປັນຕົ້ນ.