ວັນທີ 25 ມັງກອນນີ້, ທ່ານມິນ ອອງ ໄລ ຜູ້ນຳມຽນມາກ່າວວ່າ: ໃນເວລາທີ່ ຫັນເປັນທັນສະໄໝ, ຈີນໄດ້ສ້າງຄວາມສຸກໃຫ້ແກ່ປະເທດຕ່າງໆຂອງໂລກລວມທັງມຽນມາດ້ວຍຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ທ່ານມິນ ອອງ ໄລໄດ້ສະແດງຄວາມຂອບໃຈນຳການສະໜັບສະໜູນຢ່າງໝັ້ນໜຽວບໍ່ປ່ຽນແປງຂອງຈີນທີ່ມີຕໍ່ສັນຕິພາບ ສະຖຽນລະພາບແລະການພັດທະນາ.
ໃນມື້ດຽວກັນ, ກິດຈະກຳສະເຫຼີມສະຫຼອງບຸນກຸດຈີນໄດ້ຈັດຂຶ້ນຢູ່ສະໜາມກິລາແຫ່ງຊາດຕູອຸນນາຂອງຢາງກຸງ. ທ່ານມິນ ອອງ ໄລໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງຊາວມຽນມາເຊື້ອສາຍຈີນແລະຊາວຈີນຕ່າງດ້າວ. ທ່ານກ່າວເນັ້ນວ່າ: ຈີນກັບມຽນມາເປັນເພື່ອນມິດຖາວອນ, ມຽນມາເອົາໃຈໃສ່ໃນລະດັບສູງຕໍ່ການພົວພັນກັບຈີນ, ຈະເລັ່ງລັດການກໍ່ສ້າງໂຄງການຮ່ວມມືລະຫວ່າງມຽນມາ-ຈີນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳມຽນມາ-ຈີນ.