ຈັດງານ​ສະເຫຼີມສະຫຼອງ​ບຸນ​ກຸດ​ຈີນ​ ຕາມ​ຂະ​ບວນ​ລົດ​ໄຟ​ຂ້າມ​ຊາດ ລາວ-ຈີນ

Yunnan Gateway, January 27, 2025
Size:

ເມື່ອວັນທີ 14 ມັງກອນນີ້ ຊຶ່ງມື້ທຳອິດຂອງການຂົນສົ່ງ ໃນໄລຍະບຸນກຸດຈີນປີນີ້, ງານສະຫຼອງບຸນກຸດຈີນ ທີ່ມີເອກະລັກພິເສດ ໄດ້ຈັດຂຶ້ນຢູ່ຕາມຂະບວນລົດໄຟຂ້າມຊາດ ລາວ-ຈີນ. ໃນຕູ້ລົດໄຟຂ້າມຊາດດັ່ງກ່າວ, ນັກທ່ອງທ່ຽວຈາກປະເທດຕ່າງໆ ໄດ້ຮ່ວມກັນສະຫຼອງບຸນກຸດຈີນຢ່າງເບີກບານມ່ວນຊື່ນ ແລະ ສຳຜັດກັບຄວາມມີສະເໜ່ຂອງຈີນ ພາຍຫຼັງບຸນກຸດຈີນ ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທຳ ຂອງອົງການອຸຍເນັສໂກແຫ່ງອົງການສະຫະປະຊາຊາດ.

ເມື່ອຍ່າງເຂົ້າຕູ້ລົດໄຟໂດຍສານສາກົນ D87 ທີ່ຈະເດີນທາງຈາກນະຄອນຄຸນໝິງຂອງຈີນ ໄປຫານະຄອນຫຼວງວຽງຈັນ ຂອງລາວ ປະກົດເຫັນວ່າ: ໄດ້ຕິດຮູບດອກໄມ້ທີ່ສົດໃສຢູ່ຕາມປ່ອງຢ້ຽມຕູ້ລົດໄຟ ແລະ ໄດ້ຫ້ອຍໂຄມໄຟສີແດງຢູ່ໃນຕູ້ລົດ ຊຶ່ງເຕັມໄປດ້ວຍບັນຍາກາດສະຫຼອງບຸນກຸດຈີນ ທີ່ເຂັ້ມຂຸ້ນ.

ໃນງານສະຫຼອງບຸນກຸດຈີນ ເປັນເວລາ 4 ຊົ່ວໂມງປາຍ, ນັກສິລະປະ ທັງສອງປະເທດຈີນ ແລະ ລາວ ໄດ້ສະແດງລາຍການດີເດັ່ນ 50 ກວ່າລາຍການເຊັ່ນ: ລາຍການຟ້ອນ, ລາຍການຫຼິ້ນກົນຢູ່ຕໍ່ໜ້າຜູ້ຊົມ, ລາຍການເສບດົນຕີ ແລະ ອື່ນໆ. ຜູ້ໂດຍສານທັງຊົມການສະແດງ, ທັງສຳຜັດກັບຄວາມອົບອຸ່ນ ແລະ ເລື່ອງຄວາມຮັກແພງກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ.

ນາງ ສຸລິນນາ ບອກນັກຂ່າວຢ່າງຕື່ນເຕັ້ນດີໃຈວ່າ: “ມື້ນີ້, ຂ້າພະເຈົ້າໄດ້ຂີ່ລົດໄຟ ລາວ-ຈີນ ກັບບ້ານ ແລະ ໄດ້ມີສ່ວນຮ່ວມໃນງານສະຫຼອງບຸນກຸດຈີນ, ເຮັດໃຫ້ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນດີໃຈເປັນພິເສດ. ມີທັງລາຍການຈີນ ແລະ ລາຍການລາວ, ເຮັດໃຫ້ຂ້າພະເຈົ້າ ຮູ້ສຶກມີຄວາມສຸກຫຼາຍຕະຫຼອດໄລຍະການເດີນທາງ.”

ພາຍຫຼັງໄດ້ຊົມການສະແດງແລ້ວ, ທ້າວ ສຸລິເດດ ຜູ້ນຳທ່ຽວລາວ ກ່າວວ່າ: “ສາມາດຊົມການເສບດົນຕີ ແລະ ການສະແດງກົນຢູ່ເທິງລົດໄຟ, ຂ້າພະເຈົ້າຮູ້ສຶກແປກປະຫຼາດຫຼາຍ, ການເດີນທາງຕາມທາງລົດໄຟ ລາວ-ຈີນ ນັບມື້ນັບມ່ວນຊື່ນ.”

ນາງ ແອນນາ ຈາກອົສຕຣາລີ ໄດ້ນັດຂີ່ລົດໄຟ ລາວ-ຈີນ ໄປນະຄອນຫຼວງວຽງຈັນ ກັບໝູ່ເພື່ອນຂອງຕົນ, ນາງ ກ່າວວ່າ: “ນີ້ແມ່ນພວກເຮົາເດີນທາງໄປປະເທດລາວ ເປັນຄັ້ງທຳອິດ. ໃນຕູ້ລົດໄຟ, ພວກເຮົາ ໄດ້ຊີມຊາຜູເອີ ແລະ ກາເຟແຂວງຢຸນນານ, ເບິ່ງຮູບດອກໄມ້ທີ່ຕິດຢູ່ຕາມປ່ອງຢ້ຽມຂອງຕູ້ລົດໄຟ, ເຮັດໃຫ້ມີບັນຍາກາດສະຫຼອງບຸນກຸດຈີນທີ່ດີຫຼາຍ.”

ທ້າວ ໂຣເບີດ ເຈົ້າຂອງປລອກທ່ອງທ່ຽວເຢຍລະມັນ ກ່າວວ່າ: “ຂະບວນລົດໄຟຂະບວນນີ້ປຽບເໝືອນ ເວທີເຄື່ອນທີ່ ຊຶ່ງໄດ້ໂຄສະນາເຜີຍແຜ່ວັດທະນະທຳທີ່ມີມູນເຊື້ອຂອງຈີນ ໄປສູ່ທົ່ວໂລກ ແລະ ຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດມາທ່ຽວຈີນຫຼາຍກວ່າເກົ່າ.”

“ງານສະຫຼອງບຸນກຸດຈີນ” ພິເສດ ຕາມຕູ້ລົດໄຟຄັ້ງນີ້ ໄດ້ເປັນການເປີດສາກໃຫ້ແກ່ບັນດາກິດຈະກຳເຜີຍແຜ່ວັດທະນະທຳຈີນ ໄປສູ່ປະເທດລາວ ແລະ ໄທ ພາຍໃຕ້ຫົວຂໍ້ “ດື່ມນ້ຳສາຍດຽວ ແລະ ກົມກຽວດັ່ງຄອບຄົວດຽວກັນ” ແລະ ກໍແມ່ນກິດຈະກຳວັດທະນະທຳສະຫຼອງບຸນກຸດຈີນຂ້າມຊາດ ທີ່ໄດ້ເລີ່ມຂຶ້ນໃນການຂົນສົ່ງໃນໄລຍະບຸນກຸດຈີນ. ກິດຈະກຳດັ່ງກ່າວ ຍັງໄດ້ເຜີຍແຜ່ມໍລະດົກທຳມະຊາດໂລກ 9 ແຫ່ງ ໃຫ້ແກ່ນັກທ່ອງທ່ຽວທັງຫຼາຍ ທີ່ໄດ້ຂີ່ລົດໄຟສາຍນີ້ ພ້ອມທັງສຳຜັດກັບທິວທັດທຳມະຊາດທີ່ສວຍງາມ ແລະ ວັດທະນະທຳທີ່ເຂັ້ມຂຸ້ນຂອງສອງປະເທດ ລາວ ແລະ ຈີນ.

ທ່ານ ເສິນຢິງຫຼິ ຫົວໜ້າ ຈຸພະນັກງານຂະບວນລົດໄຟໂດຍສານສາກົນ D87 ຕາມທາງລົດໄຟ ລາວ-ຈີນ ກ່າວວ່າ: “ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ ແມ່ນມີຜູ້ໂດຍສານເຕັມທຸກຖ້ຽວ, ທາງລົດໄຟ ຍັງໄດ້ຈັດກິດຈະກຳທີ່ອຸດົມສົມບູນໃນຕູ້ລົດໄຟ ເຊັ່ນ: ອ່ານປຶ້ມທີ່ດີ, ຊີມອາຫານທີ່ແຊບ ແລະ ຊົມການເຜີຍແຜ່ມໍລະດົກໂລກເປັນຕົ້ນ.”

ນັບມາຮອດປັດຈຸບັນນີ້, ທາງລົດໄຟ ລາວ-ຈີນ ໄດ້ເປີດຂະບວນລົດໄຟໂດຍສານສາກົນທັງໝົດ 1.500 ກວ່າຖ້ຽວ ແລະ ໃຫ້ບໍລິການດ້ານການເດີນທາງແກ່ຜູ້ໂດຍສານ 360.000 ກວ່າຄົນ ຈາກ 100 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ.