ວັນທີ 17 ມັງກອນ 2025, ພິທີປະກາດ “10 ຂ່າວເດັ່ນກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຫຼື LM ປະຈຳປີ 2024” ຈັດຂຶ້ນຢູ່ນະຄອນຫຼວງບາງກອກ ປະເທດໄທ ເຊິ່ງສະແດງໃຫ້ເຫັນເຖິງໝາກຜົນທີ່ເຫັນໄດ້ຢ່າງປະຈັກຕາ, ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ແລະ ອະນາຄົດອັນສົດໃສຂອງການຮ່ວມມືລະຫວ່າງຫົກປະເທດ LM.
ໜຶ່ງ: ຫົກປະເທດໄດ້ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງອີກບາດກ້າວໜຶ່ງ
ວັນທີ 19 ສິງຫາ 2024, ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະກັບທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມຢູ່ນະຄອນຫຼວງປັກກິ່ງ ໃນໂອກາດທີ່ທ່ານ ໂຕເລິມເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ.
ວັນທີ 7 ພະຈິກ 2024, ມີບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຈາກລາຊະອານາຈັກກຳປູເຈຍ, ສປປ ລາວ, ສ ມຽນມາ, ລາຊະອານາຈັກໄທ ແລະ ສສ ຫວຽດນາມ ລວມທັງຜູ້ອໍານວຍການທະນາຄານພັດທະນາອາຊີ ໄດ້ເດີນທາງມາ ສປ ຈີນເພື່ອເຂົ້າຮ່ວມກອງປະຊຸມກົນໄກການຮ່ວມມືໃນພາກພື້ນ ໂດຍມີທ່ານ ຫຼີສຽງ, ນາຍົກລັດຖະມົນຕີ ສປ ຈີນເປັນປະທານກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ຈີນ ແລະ ບັນດາປະເທດແມ່ນ້ຳຂອງ ແມ່ນປະຊາຄົມຮ່ວມຊາຕາກຳທີ່ຮັກແພງກັນປຽບດັ່ງຄອບຄົວດຽວກັນ, ເມື່ອປະເຊີນໜ້າກັບສະຖານະການພາກພື້ນ ແລະ ສາກົນທີ່ສະຫຼັບສັບຊ້ອນ, ຄວນເຕົ້າໂຮມຄວາມສາມັກຄີ ແລະ ປະສານງານກັນຢ່າງໃກ້ຊິດ, ເສີມຂະຫຍາຍທ່າແຮງດ້ານເສດຖະກິດຂອງກັນແລະກັນຢ່າງເຕັມທີ່ ແລະ ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳໃນທຸກຂົງເຂດໃຫ້ກ້າວລົງສູ່ລວງເລິກອີກກ້າວໜຶ່ງ.
ສອງ: ກອງປະຊຸມລັດຖະມົນຕີການຕ່າງປະເທດຂອບການຮ່ວມມື LM ຄັ້ງທີ 9 ໄດ້ເປີດປະຫວັດສາດໜ້າໃໝ່ແຫ່ງການຮ່ວມມື
ວັນທີ 16 ສິງຫາ 2024, ກອງປະຊຸມລັດຖະມົນຕີການຕ່າງປະເທດຂອບການຮ່ວມມື LM ຄັ້ງທີ 9 ໄດ້ໄຂຂຶ້ນຢູ່ນະຄອນຊຽງໃໝ່ ປະເທດໄທ. ທ່ານ ຫວັງອີ້, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ໄດ້ກ່າວວ່າ: ຢູ່ຕາມເສັ້ນທາງກ້າວໄປສູ່ຄວາມທັນສະໄໝຮ່ວມກັນ, ຈີນຍິນດີຮ່ວມກັບບັນດາປະເທດ LM ກ້າວເດີນຢູ່ແຖວໜ້າ, ສ້າງເຂດສາທິດການສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຮ່ວມກັນດ້ວຍຄຸນນະພາບສູງ, ເຂດນຳໜ້າການປະຕິບັດຂໍ້ລິເລີ່ມວ່າດ້ວຍ ການພັດທະນາທົ່ວໂລກ, ເຂດທົດລອງການປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ແລະ ເຂດຕົວແບບການປະຕິບັດຂໍ້ລິເລີ່ມວ່າດ້ວຍອະລິຍະທຳທົ່ວໂລກ ເພື່ອຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳປະເທດ LM ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນຕົວຈິງ.
ສາມ: ການເປີດນຳໃຊ້ທາງລົດໄຟຈີນ-ລາວ ເປັນເວລາ 3 ປີໄດ້ປາກົດໃຫ້ເຫັນຄວາມໄວຂອງການພັດທະນາທີ່ເກີນຄວາມຄາດຄິດ
ວັນທີ 3 ທັນວາ 2024, ທາງລົດໄຟຈີນ-ລາວ ໄດ້ເປີດນຳໃຊ້ຄົບຮອບ 3 ປີ. ໃນໄລຍະ 3 ປີຜ່ານມາ, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານທັງໝົດຫຼາຍກວ່າ 43 ລ້ານກວ່າເທື່ອຄົນ. ໃນນັ້ນ, ໄດ້ຂົນສົ່ງຜູ້ໂດຍສານຂ້າມແດນເກືອບ 400.000 ເທື່ອຄົນ; ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 48 ລ້ານໂຕນ, ໃນນັ້ນ, ໄດ້ຂົນສົ່ງສິນຄ້າຂ້າມແດນຫຼາຍກວ່າ 10,6 ລ້ານໂຕນ. ປະເພດສິນຄ້າທີ່ຂົນສົ່ງຂ້າມແດນຜ່ານທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນເປັນ 3.000 ກວ່າປະເພດ, ເຄືອຂ່າຍການບໍລິການຂົນສົ່ງສິນຄ້າຂ້າມແດນປົກຄຸມ 31 ແຂວງ(ກໍາແພງນະຄອນ, ເຂດ) ພາຍໃນປະເທດຈີນ ກັບ 19 ປະເທດ ແລະ ເຂດແຄວ້ນ ລວມທັງປະເທດລາວ, ໄທ, ຫວຽດນາມ ແລະ ສິງກະໂປເປັນຕົ້ນ. ນອກນັ້ນ, ຜູ້ໂດຍສານແມ່ນມາຈາກ 108 ປະເທດ ແລະ ເຂດແຄວ້ນ.
ສີ່: ຫົກປະເທດ LM ຮ່ວມມືກັນຊຸກຍູ້ການສ້າງ “LM ທີ່ປອດໄພ”
ລະຫວ່າງວັນທີ 6 ຫາ 7 ສິງຫາ 2024, ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການບໍລິຫານດ້ານອາດຊະຍາກຳໃນພາກພື້ນ LM ແລະ ພິທີເປີດ “ໂຄງການການປະຕິບັດງານນົກນາງນວນ” ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ ແຂວງຢູນນານ ມີຜູ້ຕາງໜ້າຈາກອົງການຕຳຫຼວດແຫ່ງຊາດກຳປູເຈຍ, ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນ ສປປ ລາວ, ສຳນັກງານໃຫຍ່ຕຳຫຼວດ ມຽນມາ, ສຳນັກງານຕຳຫຼວດແຫ່ງຊາດ ໄທ, ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ລວມທັງຫ້ອງການບັນຫາຢາເສບຕິດ-ອາດຊະຍາກຳ ອົງການສະຫະປະຊາຊາດ ແລະ ອົງການຕຳຫຼວດອາດຊະຍາກຳສາກົນ(ICPO) ຈຳນວນ 50 ກວ່າຄົນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ຫ້າ: ການຄ້າອິເລັກໂຕຣນິກຂ້າມແດນໄດ້ນຳມາເຊິ່ງກາລະໂອກາດໃໝ່ດ້ານການຄ້າ
ເດືອນພະຈິກ 2024, ງານວາງສະແດງກ່ຽວກັບເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວຕາມຊາຍແດນ ຈີນ(ກິ່ງແຂວງຫົງເຫີ) -ຫວຽດນາມປີ 2024 ໄດ້ຈັດວາງຫໍວາງສະແດງການຄ້າອິເລັກໂຕຣນິກຂ້າມຊາຍແດນ ເຊິ່ງເປັນຄັ້ງທຳທິດທີ່ງານວາງສະແດງຄັ້ງນີ້ໄດ້ຈັດວາງຫໍວາງສະແດງສະເພາະ ພາຍໃຕ້ຫົວຂໍ້ການຄ້າອິເລັກໂຕຣນິກຂ້າມຊາຍແດນ ເພື່ອວາງສະແດງ ແລະ ດຳເນີນທຸລະກິດ ບັນດາກິດຈະກຳ ແລະ ຜະລິດຕະພັນທີ່ກ່ຽວຂ້ອງກັບການຄ້າອິເລັກໂຕຣນິກຂ້າມຊາຍແດນ. ພາຍໃນຫໍ ໄດມີສິນຄ້າຫຼາກຫຼາຍປະເພດເຊັ່ນ: ອາຫານການກິນ, ເຄື່ອງສຳອາງ, ເຄື່ອງອີເລັກໂຕຣິກ, ເຄື່ອງເຮືອນ, ເຄື່ອງຫຼິ້ນ ແລະອື່ນໆ. ນອກຈາກວິສາຫະກິດທ້ອງຖິ່ນຂອງແຂວງຢູນນານແລ້ວ, ຍັງມີວິສາຫະກິດຂອງເມືອງອ່ານຄັ່ງ ແຂວງສານຊີ່, ເມືອງຊື້ເຟິ່ງ ເຂດປົກຄອງຕົນເອງມົງໂກໃນ ກໍຄື ຈາກນະຄອນໂຮ່ຈິມິນ ແລະ ນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມໄດ້ນຳເອົາສິນຄ້າ ແລະ ຜະລິດຕະພັນມາຮ່ວມວາງສະແດງ.
ຫົກ: ການຮ່ວມມືໃນການພັດທະນາແບບຍືນຍົງດ້ານກະສິກຳຢູ່ພາກພື້ນໄດ້ຮັບການຊຸກຍູ້ຢ່າງວ່ອງໄວ
ວັນທີ 4 ທັນວາ 2024, ກອງປະຊຸມເວທີເປິກສາຫາລືການຮ່ວມມືດ້ານກະສິກຳ, ປັດໄຈການຜະລິດກະສິກຳ ແລະ ເສດຖະກິດ-ການຄ້າ LM 2024 ໄດ້ຈັດຂຶ້ນຢູ່ນະຄອນນານນິງ ເຂດປົກຄອງຕົນເອງເຜົ່າຈວ້ງກວາງຊີ ຈີນ ພາຍໃຕ້ຄຳຂວັນ “ຊຸກຍູ້ການພັດທະນາແບບຍືນຍົງ ແລະ ສີຂຽວດ້ານກະສິກຳ ແລະ ປັດໄຈການຜະລິດ LM”. ກອງປະຊຸມດັ່ງກ່າວໄດ້ລົງເລິກແລກປ່ຽນຄຳຄິດເຫັນກ່ຽວກັບຄວາມຄືບໜ້າຫຼ້າສຸດດ້ານກະສິກຳ, ປັດໄຈການຜະລິດ, ເສດຖະກິດ-ການຄ້າ, ເຕັກນິກ ແລະ ດ້ານອື່ນໆ ລະຫວ່າງຈີນ ກັບ ບັນດາປະເທດສະມາຊິກອາຊຽນ ໂດຍສະເພາະບັນດາປະເທດທີ່ຢູ່ລຽບຕາມລ້ອງແມ່ນ້ຳຂອງ ເພື່ອເພີ່ມທະວີການວາງສະແດງ ແລະ ເຊື່ອມໂຍງລະຫວ່າງວິສາຫະກິດດ້ວຍກັນ, ດ້ານຜະລິດຕະພັນ ແລະ ເຕັກນິກ, ຊຸກຍູ້ການແບ່ງປັນຊັບພະຍາກອນກະສິກຳ, ການຂະຫຍາຍຕະຫຼາດ ແລະ ການຮ່ວມມືດ້ານການຄ້າໃນພາກພື້ນ ກໍຄື ປະກອບສ່ວນເຂົ້າໃນການພັດທະນາກະສິກຳແບບຍືນຍົງ ແລະ ສີຂຽວໃນພາກພື້ນ.
ເຈັດ: “ການເຄື່ອນໄຫວຄວາມຮັກແພງ” ປະເທດ LM ໄດ້ດຳເນີນການກວດກາພະຍາດຫົວໃຈມາແຕ່ກຳເນີດໃຫ້ແກ່ເດັກນ້ອຍຈຳນວນແປດໝື່ນກວ່າຄົນ
ລະຫວ່າງປີ 2018 ຫາ 2024, ໂຄງການ “ການເຄື່ອນໄຫວຄວາມຮັກແພງ” ປະເທດ LM ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບປະເທດກຳປູເຈຍ, ມຽນມາ ແລະ ລາວ ເຊິ່ງໄດ້ຈັດຕັ້ງຊ່ຽວຊານການແພດຂອງຈີນໄປ 3 ປະເທດດັ່ງກ່າວເພື່ອດໍາເນີນການຮ່ວມມືໃນການກວດກາພະຍາດຫົວໃຈມາແຕ່ກຳເນີດໃຫ້ເດັກນ້ອຍຈຳນວນ 85.403 ຄົນ. ໂຄງການນີ້ໄດ້ສົ່ງເດັກນ້ອຍທີ່ເປັນພະຍາດຫົວໃຈແຕ່ກຳເນີດ ໄປຮັບການປິ່ນປົວຢູ່ປະເທດຈີນໂດຍບໍ່ຕ້ອງເສຍຄ່າຈຳນວນ 128 ກໍລະນີ, ໃນນັ້ນ, ມີເດັກນ້ອຍກຳປູເຈຍ 91 ກໍລະນີ, ເດັກນ້ອຍມຽນມາ 25 ກໍລະນີ ແລະ ເດັກນ້ອຍລາວ 12 ກໍລະນີ. ນອກຈາກນີ້, ຝ່າຍຈີນຍັງໄດ້ບຳລຸງສ້າງຄວາມຮູ້ຄວາມສາມາດໃຫ້ພະນັກງານແພດໝໍ 12 ຄົນທີ່ມາຈາກປະເທດກຳປູເຈຍ, ລາວ ແລະ ມຽນມາ ຢູ່ຈີນ.
ແປດ: ຫົກປະເທດຮ່ວມມືກັນເພື່ອຮັບມືກັບໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ
ເດືອນກັນຍາ 2024, ຍ້ອນໄດ້ຮັບຜົນກະທົບຈາກພາຍຸ Yagi, ຢູ່ຕອນລຸ່ມຂອງແມ່ນ້ຳລ້ານຊ້າງ ແລະ ເຂດລ້ອງແມ່ນ້ຳຂອງໄດ້ມີຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ແຄມຝັ່ງແມ່ນ້ຳຂອງພົບຄວາມກົດດັນເພີ່ມຂຶ້ນຈາກການປ້ອງກັນໄພນ້ຳຖ້ວມ. ຝ່າຍຈີນໄດ້ເສີມຂະຫຍາຍບົດບາດການດັດສົມປະລິມານນໍ້າຂອງອ່າງນ້ຳຢູ່ຕາມລໍາແມ່ນ້ຳລ້ານຊ້າງ ຄືໄດ້ຫຼຸດການຜະລິດໄຟຟ້າຂອງເຂື່ອນໄຟຟ້າຊຽງຮຸ່ງຢູ່ຕາມແມ່ນ້ຳລ້ານຊ້າງ ເພື່ອຫຼຸດການໄຫຼອອກຂອງນ້ຳຈາກອ່າງ ເຊິ່ງໄດ້ຊ່ວຍບັນເທົາຄວາມກົດດັນດ້ານການປ້ອງກັນໄພນ້ຳຖ້ວມຂອງແຄມຝັ່ງແມ່ນ້ຳຂອງ.
ເກົ້າ: “ວົງເພື່ອນມິດຍົກເວັ້ນວິຊາ” ຊຸກຍູ້ສົ່ງເສີມການແລກປ່ຽນດ້ານວັດທະນະທຳ ລະຫວ່າງປະຊາຊົນໃຫ້ຟົດຟື້ນຂຶ້ນຕື່ມອີກ
ວັນທີ 1 ມີນາ 2024, ຂໍ້ຕົກລົງລະຫວ່າງລັດຖະບານແຫ່ງ ສປ ຈີນ ກັບ ລັດຖະບານແຫ່ງລາຊະອານາຈັກໄທ ວ່າດ້ວຍການຍົກເວັ້ນວີຊາເຊິ່ງກັນແລະກັນສຳລັບຜູ້ຖືໜັງສືຜ່ານແດນທຳມະດາໄດ້ມີຜົນສັກສິດຢ່າງເປັນທາງການ. ລະຫວ່າງວັນທີ 1 ກໍລະກົດ ຫາ ວັນທີ 31 ທັນວາ 2024, ນັກທ່ອງທ່ຽວຈີນທີ່ໄປທ່ອງທ່ຽວແບບເປັນກຸ່ມຢູ່ລາວຜ່ານການບໍລິການຕ້ອນຮັບນັກທ່ອງທ່ຽວຢູ່ລາວຂອງບໍລິສັດທ່ອງທ່ຽວ 42 ແຫ່ງທີ່ລົງທະບຽນຢູ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ທ່ອງທ່ຽວຢູ່ລາວບໍ່ເກີນ 15 ມື້, ສາມາດເຂົ້າໄປທ່ອງທ່ຽວຢູ່ລາວໂດຍໄດ້ຮັບການຍົກເວັ້ນວີຊາ. ເດືອນພະຈິກ 2024, ທ່ານ ຫຼີສຽງ, ນາຍົກລັດຖະມົນຕີ ສປ ຈີນໄດ້ປະກາດວ່າ: ຝ່າຍຈີນຕົກລົງອອກວີຊາ “ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໃຫ້ 5 ປະເທດຢູ່ລຽບຕາມແມ່ນ້ຳຂອງ ຄື: ອອກວີຊາທຸລະກິດເຂົ້າ-ອອກໄດ້ຫຼາຍເທື່ອເປັນເວລາ 5 ປີ ໃຫ້ແກ່ນັກທຸລະກິດທີ່ຄົບຕາມເງື່ອນໄຂກຳນົດໄວ້.
ສິບ: ດາວທຽມ “ຟູ້ຕ້ານ 1 (ດາວທຽມອະນາຄົດ LM)” ຖືກສົ່ງຂຶ້ນສູ່ອາວະກາດຢ່າງສຳເລັດຜົນ
ວັນທີ 24 ກັນຍາ 2024, ດາວທຽມ “ຟູ້ຕ້ານ 1 (ດາວທຽມອະນາຄົດ LM)” ຖືກສົ່ງຂຶ້ນສູ່ອາວະກາດຢູ່ຖານຍິງສົ່ງຍານອາວະກາດຕາເວັນອອກ ຫາຍຢາງ ແຂວງຊ່ານຕົ່ງ ໂດຍນຳໃຊ້ຈະຫຼວດນຳສົ່ງ ເຈຫຼົງ-3 ແລະ ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ດ້ວຍດີ, ຖືເປັນການສົ່ງດາວທຽມຂຶ້ນສູ່ອາວະກາດຢ່າງສຳເລັດຜົນ. ດາວທຽມດວງນີ້ຈະຖືກນຳໃຊ້ເຂົ້າໃນການຄົ້ນຄວ້າວິທະຍາສາດຂ້າມຊາດໂດຍອີງຕາມຂໍ້ມູນອຸຕຸນິຍົມຂອງດວງອາທິດ ແລະ ຂໍ້ມູນອຸຕຸນິຍົມຂອງພາກພື້ນ LM ເຊິ່ງຈະສະໜອງຂໍ້ມູນທີ່ສຳຄັນໃຫ້ແກ່ການດຳເນີນການແລກປ່ຽນ ແລະ ການຮ່ວມມືດ້ານການສັງເກດອະວະກາດ ແລະ ການປະຍຸກໃຊ້ເຕັກນິກໃຫ້ແກ່ຫົກປະເທດ LM.