ຈັດການຊ້ອມການສະແດງຄົບວົງຈອນຄັ້ງທຳອິດຂອງພິທີເປີດງານມະຫະກຳກິລາເອຊຽນເກມລະດູໜາວຄັ້ງທີ 9

CGTN, January 26, 2025
Size:

ຕອນຄ່ຳວັນທີ 25 ມັງກອນນີ້, ພິທີເປີດງານມະຫະກຳກິລາເອຊຽນເກມລະດູໜາວຄັ້ງທີ 9 ທີ່ຮາບີນໄດ້ຈັດການຊ້ອມການສະແດງຄົບວົງຈອນຄັ້ງທຳອິດຢູ່ສູນກິລາແລະວາງສະແດງສາກົນຮາບີນ. ພິທີເປີດຄັ້ງນີ້ຖື “ຮ່ວມຄວາມຝັນໃນລະດູໜາວ, ຄວາມຮັກແພງໃນທະວີບອາຊີ” ເປັນຫົວຂໍ້ຫຼັກຂອງການສະແດງ, ຖືກແບ່ງເປັນສາມພາກສ່ວນ. ຄະນະຜູ້ກຳກັບການສະແດງຈະນຳໃຊ້ປັດໄຈລະດູໜາວຢ່າງເຕັມສ່ວນໃນພິທີເປີດເພື່ອສະແດງພະລັງຊີວິດຂອງກິລາລະດູໜາວ, ສະແດງໃຫ້ເຫັນສະເໜ່ຂອງວັດທະນະທຳລະດູໜາວ, ສະແດງໃຫ້ເຫັນໂສມໜ້າຂອງຈີນໃນຍຸກໃໝ່ແລະຈິດໃຈທີ່ຈູບຈ້າວຫ້າວຫັນຂອງຊາວຈີນ.