ຄາດວ່າມີຜູ້ເຂົ້າ-ອອກເມືອງຈີນເຖິງ 1.850.000 ເທື່ອຄົນຕໍ່ວັນໃນໄລຍະພັກບຸນກຸດຈີນ

CGTN, January 25, 2025
Size:

ແຫຼ່ງຂ່າວຈາກອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນແຈ້ງໃຫ້ຮູ້ເມື່ອວັນທີ 24 ມັງກອນນີ້ວ່າ: ອີງຕາມການຄາດຄະເນ, ໃນໄລຍະພັກບຸນກຸດຈີນປີນີ້, ດ່ານສາກົນຕ່າງໆຂອງຈີນຈະເຂົ້າສູ່ໄລຍະທີ່ມີຜູ້ເດີນທາງເຂົ້າ-ອອກເມືອງຫຼາຍທີ່ສຸດຮອບໃໝ່, ໂດຍສະເລ່ຍແລ້ວຈະມີຜູ້ເຂົ້າ-ອອກເມືອງເຖິງ 1.850.000 ເທື່ອຄົນຕໍ່ວັນ, ເພີ່ມຂຶ້ນ 9,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

ຄາດວ່າໄລຍະທີ່ມີຜູ້ເດີນທາງອອກເມືອງຫຼາຍທີ່ສຸດຕົ້ນຕໍຈະຢູ່ໃນລະຫວ່າງວັນທີ 28-30 ມັງກອນນີ້, ສໍາລັບໄລຍະທີ່ມີຜູ້ເດີນທາງເຂົ້າເມືອງຫຼາຍທີ່ສຸດຕົ້ນຕໍຈະຢູ່ໃນລະຫວ່າງວັນທີ 3-4 ກຸມພາໜ້ານີ້.

ອົງການຄຸ້ມຄອງຄົນເຂົ້າເມືອງແຫ່ງຊາດຈີນໄດ້ແຈ້ງຕໍ່ຜູ້ເດີນທາງເຂົ້າ-ອອກເມືອງທັງພາຍໃນ ແລະ ຕ່າງປະເທດຈົ່ງຕິດຕາມສະພາບການປ່ຽນແປງຂອງຈໍານວນຄົນເຂົ້າ-ອອກເມືອງ ແລະ ສະພາບການຜ່ານດ່ານຢູ່ດ່ານເຂົ້າ-ອອກເມືອງຢ່າງທັນການກ່ອນເດີນທາງ, ພ້ອມທັງກວດຢ່າງລະອຽດກ່ຽວກັບເອກະສານເຂົ້າ-ອອກເມືອງ ແລະ ວີຊາຂອງຕົນວ່າຢູ່ໃນເວລາກໍານົດແລ້ວຫຼືບໍ່.