ຍອດມູນຄ່າການຄ້າຂາຍຍ່ອຍຂອງເຄື່ອງບໍລິໂພກໃນເດືອນທັນວາປີ 2024 ຂອງຈີນບັນລຸເຖິງ 4.500 ຕື້ຢວນ

CGTN, January 25, 2025
Size:

ອີງຕາມຂໍ້ມູນທີ່ເວັບໄຊກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ: ໃນເດືອນທັນວາປີ 2024, ຄຽງຄູ່ກັບນະໂຍບາຍຕ່າງໆ ເຊັ່ນ: ການຊື້ຂາຍແບບແທນຄືນເຄື່ອງບໍລິໂພກເປັນຕົ້ນ ໄດ້ເກີດມີປະສິດທິຜົນຢ່າງຕໍ່ເນື່ອງ, ເຮັດໃຫ້ຕະຫຼາດການບໍລິໂພກ-ອຸປະໂພກຟື້ນຟູດີຂຶ້ນຢ່າງເດັ່ນຊັດ. ສັງເກດເຫັນໄດ້ຈາກຍອດມູນຄ່າການຄ້າຂາຍຍ່ອຍຂອງເຄື່ອງບໍລິໂພກໃນເດືອນທັນວາປີ 2024 ບັນລຸເຖິງ 4.500 ຕື້ຢວນ, ເພີ່ມຂຶ້ນ 3,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ເມື່ອທຽບໃສ່ເດືອນພະຈິກປີ 2024 ແລ້ວເພີ່ມຂຶ້ນ 0,7%. ຂະນະທີ່ຍອດມູນຄ່າການຄ້າຂາຍຍ່ອຍຂອງເຄື່ອງບໍລິໂພກຕະຫຼອດປີ 2024 ບັນລຸເຖິງ 48.800 ຕື້ຢວນ, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ປີ 2023. ການບໍລິໂພກ-ອຸປະໂພກມີອັດຕາສ່ວນຕໍ່ການເຕີບໂຕຂອງເສດຖະກິດເຖິງ 44,5%, ໂດຍໄດ້ສືບຕໍ່ມີບົດບາດທີ່ເປັນແຮງຂັບເຄື່ອນອັນດັບໜຶ່ງຕໍ່ການພັດທະນາເສດຖະກິດ.