ວັນທີ 22 ມັງກອນນີ້, ເນື່ອງໃນໂອກາດບຸນກຸດຈີນຄັ້ງທຳອິດພາຍຫຼັງບຸນກຸດຈີນຖືກຈັດເຂົ້າໃນລາຍຊື່ມໍລະດົກໂລກໃກ້ຈະມາເຖິງ, ສະຖານທູດຈີນປະຈຳລາວໄດ້ຈັດງານລ້ຽງຕ້ອນຮັບບຸນກຸດຈີນ 2025 ຢູ່ນະຄອນຫຼວງວຽງຈັນແຫ່ງ ສປປ ລາວ. ທ່ານນາງຟ່າງຫົງ ເອກອັກຄະລັດຖະທູດຈີນປະຈຳລາວໄດ້ກ່າວຄຳເຫັນໃນງານ. ທ່ານບຸນທອງ ຈິດມະນີ ຮອງປະທານປະເທດລາວ, ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ, ທ່ານນາງ ສູນທອນ ໄຊຍະຈັດ ຮອງປະທານສະພາແຫ່ງຊາດລາວ, ທ່ານຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ, ພ້ອມດ້ວຍທູຕານຸທູດຂອງປະເທດຕ່າງໆປະຈຳລາວ, ຊາວຈີນຕ່າງດ້າວ ແລະ ຊາວຕ່າງປະເທດເຊື້ອສາຍຈີນຢູ່ປະເທດລາວ, ຜູ້ຕາງໜ້າວິສາຫະກິດຈີນ, ນັກສຶກສາຈີນເປັນຕົ້ນປະມານ 1.000 ຄົນໄດ້ເຕົ້າໂຮມກັນ, ເພື່ອຮ່ວມກັນສະເຫຼີມສະຫຼອງບຸນກຸດຈີນປີມະເສັງ. ຢູ່ສະຖານທີ່ຈັດງານລ້ຽງໄດ້ສາຍວິດີໂອໂຄສະນາກ່ຽວກັບງານລາຕີສະຫຼອງບຸນກຸດຈີນ 2025 ຂອງວິທະຍຸໂທລະພາບສູນກາງຈີນຫຼື CMG, ໄດ້ດຶງດູດ ແລະ ສ້າງຄວາມສົນໃນໃຫ້ແກ່ແຂກທັງຫຼາຍທີ່ເຂົ້າຮ່ວມ. ບັນດາແຂກຖືກເຊີນຕ່າງກໍພາກັນຢືນຢັນວ່າ, ຄອງຄອຍຮັບຊົມງານລາຕີສະຫຼອງບຸນກຸດຈີນຄັ້ງທຳອິດພາຍຫຼັງບຸນກຸດຈີນຖືກຈັດເຂົ້າໃນລາຍຊື່ມໍລະດົກໂລກ, ເພື່ອສຳຜັດຄວາມງາມຂອງອະລິຍະທຳຈີນທີ່ມີຄວາມສະຫງ່າລາສີ.
ໃນໂອກາດກ່າວຄຳເຫັນ, ທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນກ່າວວ່າ: ງານບຸນກຸດຈີນ ແລະ ຟ້ອນລຳວົງລາວໄດ້ຖືກຈັດເຂົ້າເປັນມໍລະດົກໂລກເມື່ອບໍ່ດົນມານີ້, ເພີ່ມບັນຍາກາດອັນອົບອຸ່ນໃຫ້ແກ່ພີ່ນ້ອງຮ່ວມຊາດຢູ່ລາວ. ຕະຫຼອດປີທີ່ຜ່າມານີ້, ພວກເຮົາໄດ້ພະຍາຍາມເພື່ອສ້າງຊີວິດການເປັນຢູ່ຂອງແຕ່ລະຄອບຄົວໃຫ້ດີຂຶ້ນ, ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນສອງປະເທດໃຫ້ມີຄວາມກ້າວໜ້າ. ທ່ານກ່າວຕື່ມວ່າ, ຍິນດີຮ່ວມມືກັບບັນດາສະຫາຍ, ພະຍາຍາມຮ່ວມກັນຢ່າງຕັ້ງໜ້າ, ສືບຕໍ່ເປັນຜູ້ຊຸກຍູ້ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາ ແລະ ການຮ່ວມມືຂອງສອງປະເທດ.
ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ CMG, ທ່ານບຸນທອງ ຈິດມະນີ ຮອງປະທານປະເທດລາວກ່າວວ່າ: ໃນປີຜ່ານມາ, ພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ປະຊາຊົນຈີນໄດ້ພ້ອມກັນຍາດໄດ້ໄຊຊະນະອັນມະຫານສານໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ໃນປີໃໝ່ທີ່ໝູນວຽນມາຮອດນີ້, ຂໍສົ່ງຄຳອວຍພອນໃຫ້ສືບຕໍ່ປົກປັກຮັກສາພັດທະນາປະເທດຈີນໃຫ້ຮຸ່ງເຮືອງເຫຼືອງເຫຼື້ອມໄປຕາມທິດທີ່ພັກຄອມມູນິດຈີນໄດ້ກຳນົດໄວ້, ອວຍພອນໃຫ້ຄວາມສັດຈະທຳມິດຕະພາບລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຖະໜົງແກ່ນຕະຫຼອດໄປ.
ໃນງານລ້ຽງຄັ້ງນີ້ຍັງມີກິດຈະກຳເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ສຳຜັດກັບວັດທະນະທຳບຸນກຸດຈີນ ໄດ້ພ້ອມກັບການຊິມອາຫານຈີນທີ່ແຊບຊ້ອຍ. ສຳນັກງານ CMG FM93 ຍັງໄດ້ຈັດສັນສະຖານທີ່ສຳລັບເຕັ້ນລຳສະຫຼອງປີມະເສັງ, ບັນດາແຂກຖືກເຊີນໄດ້ພາກັນເຂົ້າຮ່ວມ ແລະ ແບ່ງປັນວີດີໂອເຕັ້ນສະຫຼອງປີມະເສັງຜ່ານທາງສື່ສັງຄົມອອນລາຍຢ່າງມ່ວນຊື່ນ.