ຫວ່າງມໍ່ໆມານີ້, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ນຳພາຄະນະຜູ້ແທນ ສປປ ລາວເດີນທາງມາຮອດນະຄອນນານນິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ເພື່ອເຂົ້າຮ່ວມງານສົນທະນາເຈົ້າຄອງນະຄອນທົ່ວໂລກ, ໂດຍໄດ້ແລກປ່ຽນຄວາມຄິດເຫັນກັບບັນດາເຈົ້າຄອງນະຄອນຂອງຈີນ ແລະ ປະເທດອາຊຽນທີ່ຮ່ວມງານ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການໄປມາຫາສູ່ກັນແບບໄມຕີຈິດມິດຕະພາບລະຫວ່າງຕົວເມືອງຈີນ-ອາຊຽນ, ປະກອບສ່ວນດ້ານສະຕິປັນຍາເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.
ໃນເວລາໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG, ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ: ດີໃຈຫຼາຍທີ່ໄດ້ພົບປະກັບບັນດາເຈົ້າຄອງນະຄອນໃນອາຊຽນ ແລະ ສປ ຈີນ, ພວກເຮົາມີໂອກາດໄດ້ແລກປ່ຽນກັນໃນດ້ານວິຊາການ ແລະ ການຮ່ວມມືເຊິ່ງກັນແລະກັນ, ຖອດຖອນບົດຮຽນນຳກັນ. ບັນດາຝ່າຍທີ່ຮ່ວມງານໄດ້ບັນລຸຖະແຫຼງການນານນິງ ເຊິ່ງຈະເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຄ້າ, ການບໍລິການ, ການຂົນສົ່ງ, ການທ່ອງທ່ຽວ ແລະອື່ນໆ, ຈະເຮັດໃຫ້ການຮ່ວມມືລະຫວ່າງອາຊຽນ-ຈີນມີຄວາມສະດວກຫຼາຍຂຶ້ນ ທັງຈະຊຸກຍູ້ສົ່ງເສີມການຮ່ວມມືຂອງພວກເຮົາ.
ທ່ານ ອາດສະພັງທອງ ສີພັນດອນ ກ່າວຕື່ມວ່າ: ປັດຈຸບັນນີ້, ນະຄອນຫຼວງວຽງຈັນໄດ້ເປັນເມືອງແຮກສ່ຽວກັບຫຼາຍນະຄອນ ແລະ ແຂວງຂອງຈີນ ຄື: ນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້, ນະຄອນຄຸນມີງ, ແຂວງເສສວນ ແລະ ແຂວງຮູນານເປັນຕົ້ນ, ການລົງທຶນຈາກ ສປ ຈີນເປັນອັນດັບໜຶ່ງຢູ່ນະຄອນຫຼວງ. ນະຄອນຫຼວງພວກເຮົາກໍມີບັນດາເຂດເສດຖະກິດພິເສດ 5 ເຂດແລ້ວ, ໃນຕໍ່ໜ້ານີ້, ນະຄອນຫຼວງວຽງຈັນຈະສຸມກຳລັງເຂົ້າໃນການເປີດກວ້າງການຮ່ວມມື ແລະ ດຶງດູດການລົງທຶນ ເພື່ອກະຕຸກຊຸກຍູ້ໃຫ້ເສດຖະກິດ ສປປ ລາວ ໂດຍສະເພາະນະຄອນຫຼວງໄດ້ກ້າວກະໂດດ, ຍົກສູງລະດັບເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.
ງານສົນທະນາເຈົ້າຄອງນະຄອນທົ່ວໂລກໄດ້ຈັດຂຶ້ນຢູ່ນະຄອນນານນິງ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ສປ ຈີນ ລະຫວ່າງວັນທີ 16-17 ມັງກອນນີ້, ເຈົ້າຄອງນະຄອນ ແລະ ຜູ້ຕາງໜ້າທີ່ມາຈາກ 12 ນະຄອນຂອງ 8 ປະເທດ ຄື: ຈີນ, ລາວ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ໄທ ແລະ ຫວຽດນາມໄດ້ເຂົ້າຮ່ວມງານຄັ້ງນີ້.