ດ່ານມິດຕະພາບເຂດກວາງຊີຈີນໄດ້ເຂົ້າສູ່ໄລຍະທີ່ມີການນໍາເຂົ້າໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ຫຼາຍທີ່ສຸດ

CGTN, January 22, 2025
Size:

ເນື່ອງໃນໂອກາດບຸນກຸດຈີນໃກ້ຈະມາເຖິງ, ດ່ານມິດຕະພາບຜິງສຽງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໄດ້ເຂົ້າສູ່ໄລຍະທີ່ມີການນໍາເຂົ້າໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ຫຼາຍທີ່ສຸດ, ຈໍານວນ ແລະ ຊະນິດຂອງໝາກໄມ້ນໍາເຂົ້າລ້ວນແຕ່ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ແຫຼ່ງຂ່າວຈາກດ່ານພາສີຂຶ້ນກັບດ່ານມິດຕະພາບແຈ້ງໃຫ້ຮູ້ເມື່ອວັນທີ 21 ມັງກອນນີ້ວ່າ: ລະຫວ່າງວັນທີ 1-20 ມັງກອນນີ້, ລົດທີ່ເຂົ້າ-ອອກເມືອງຜ່ານດ່ານມິດຕະພາບມີເຖິງ 47.000 ຄັນ, ໂດຍສະເລ່ຍແລ້ວມີຫຼາຍກວ່າ 2.300 ຄັນຕໍ່ວັນ.

ເພື່ອເຮັດໃຫ້ໝາກໄມ້ສໍາລັບບຸນກຸດຈີນຜ່ານດ່ານຢ່າງມີປະສິດທິພາບສູງ, ພາກສ່ວນດ່ານພາສີໄດ້ຈັດສັນທາງຜ່ານສີຂຽວສໍາລັບຜະລິດຕະພັນກະສິກໍາ ແລະ ເລັ່ງຄວາມໄວໃນການກວດກາໝາກໄມ້ ເພື່ອເຮັດໃຫ້ໝາກໄມ້ທີ່ນໍາເຂົ້າຈາກອາຊີຕາເວັນອອກສຽງໃຕ້ສາມາດເຂົ້າສູ່ຕະຫຼາດຈີນຢ່າງສົດໆໃໝ່ໆ.