ຢູ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ ທາງພາກເໜືອຂອງປະເທດລາວ, ໃນຕອນຕາເວັນຄ້ອຍຄ່ຳລົງແລງ, ຢູ່ສະຖານທີ່ວ່າງແຫ່ງໜຶ່ງທີ່ເທດສະບານເມືອງໄດ້ຕິດຕັ້ງຈໍສາຍຮູບເງົາ, ຢູ່ເທິງເດີ່ນຫຍ້າຜູ້ຄົນໄດ້ພາກັນປູສາດ, ເດັກນ້ອຍກຸ່ມໜຶ່ງພວມຢອກຫຼິ້ນກັນຄອຍຖ້າການເປີດສາຍຮູບເງົາ.
ເມື່ອຟ້າມືດຄ່ຳລົງມາ ພະນັກງານໄດ້ເລີ່ມສາຍຮູບເງົາ. ກ່ອນອື່ນໄດ້ສາຍຮູບເງົາກາຕູນ “ສິງໜຸ່ມໄວໄຟ” ທີ່ພາກເປັນພາສາລາວ. ຮູບເງົາເລື່ອງນີ້ໄດ້ເວົ້າເຖິງຊາຍໜຸ່ມທຳມະດາຄົນໜຶ່ງຈາກພາກໃຕ້ຈີນໄດ້ສະແຫວງຫາຄວາມໃຝ່ຝັນແຫ່ງການເຊີດສິງໂຕ ແລະ ບຸກບືນສູ້ຊົນຢ່າງບໍ່ລົດລະ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງວັດທະນະທຳທີ່ເປັນມູນເຊື້ອອັນດີເດັ່ນ ແລະ ເອກະລັກວັດທະນະທຳຂອງພາກໃຕ້ຈີນ.
ກິດຈະກຳ “ເທດສະການຮູບເງົາດີເດັ່ນລາວ-ຈີນ” ໄດ້ນຳເອົາຄວາມເບີກບານມ່ວນຊື່ນມາໃຫ້ກັບປະຊາຊົນລາວ. ນັບແຕ່ການຈັດກິດຈະກຳດັ່ງກ່າວເປັນຕົ້ນມາ, ໄດ້ສາຍຮູບເງົາດີເດັ່ນຂອງຈີນ 20 ເລື່ອງ ລວມທັງໝົດ 100 ຄັ້ງຢູ່ທົ່ວປະເທດລາວ. ກິດຈະກຳດັ່ງກ່າວມີຈຸດປະສົງເພື່ອຖືເອົາຮູບເງົາຈີນເປັນສື່ກາງ, ລົງເລິກການແລກປ່ຽນວັດທະນະທຳລາວ-ຈີນດ້ວຍຮູບແບບຫຼາກຫຼາຍກວ່າເກົ່າ, ເພີ່ມພູນຄູນສ້າງຄວາມເຂົ້າໃຈກັນ ແລະ ມິດຕະພາບລະຫວ່າງປະຊາຊົນສອງຊາດລາວ-ຈີນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.
ທ່ານສົມພົງ ພະນັກງານກົມຮູບເງົາລາວໄດ້ປະສານງານກັບພະນັກງານຝ່າຍຈີນໄປສາຍຮູບເງົາຢູ່ຊົນນະບົດລາວມາເປັນເວລາ 6 ປີລຽນຕິດໄດ້ບອກນັກຂ່າວຮູ້ວ່າ: “ປະຊາຊົນຢູ່ເຂດພູດອຍຂອງລາວບໍ່ຄ່ອຍມີໂອກາດ ໄດ້ເບິ່ງຮູບເງົາ, ເທດສະການຮູບເງົາດີເດັ່ນລາວ-ຈີນບໍ່ພຽງແຕ່ນຳເອົາຄວາມເບີກບານມ່ວນຊື່ນມາໃຫ້ກັບເຂົາເຈົ້າເທົ່ານັ້ນ, ຍັງໄດ້ຊ່ວຍເຫຼືອເຂົາເຈົ້າຮັບຮູ້ໂລກພາຍນອກອີກດ້ວຍ.”
“ກິດຈະກຳດັ່ງກ່າວໄດ້ສ້າງຂົວຕິດຕໍ່ທີ່ຊຸກຍູ້ໃຫ້ປະຊາຊົນສະໜິດສະໜົມກັນ ແລະ ຈິດໃຈເຊື່ອມໂຍງເຂົ້າກັນ.” ທ່ານວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວກ່າວວ່າ: ໂດຍຜ່ານຈາກການສາຍຮູບເງົາ, ຮູບເງົາດີເດັ່ນຂອງຈີນທີ່ມີຫຼາກຫຼາຍຫົວຂໍ້ ແລະ ຜະລິດໄດ້ຢ່າງລະອຽດ ບໍ່ພຽງແຕ່ໄດ້ນຳເອົາຄວາມເບີກບານມ່ວນຊື່ນມາໃຫ້ກັບປະຊາຊົນລາວເທົ່ານັ້ນ, ແຕ່ຍັງໄດ້ເປີດຊ່ອງທາງໃຫ້ແກ່ປະຊາຊົນລາວໄດ້ຮັບຮູ້ກ່ຽວກັບຈີນ ແລະ ໂລກຕື່ມອີກ.