ເປີດ​ປ້າຍ “ຄັງ​ປັນ​ຍາ​ເສດ​ຖະ​ກິດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ຢູ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ຈີນ

lmcchina.org, January 21, 2025
Size:

ວັນທີ 7 ມັງກອນ 2025, ພິທີນຳສະເໜີ “ສູນຄົ້ນຄວ້າເສດຖະກິດພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” (ຄັງປັນຍາເສດຖະກິດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ) ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຈີນ. ມື້ດຽວກັນນີ້, “ຄັງປັນຍາເສດຖະກິດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ທີ່ລິເລີ່ມໂດຍບໍລິສັດຂໍ້ມູນເສດຖະກິດຈີນ, ສຳນັກຂ່າວສານຊິນຮວາສາຂາຢຸນນານ, ບໍລິສັດລົງທຶນພະລັງງານໄຟຟ້າສາກົນຢຸນນານຂອງກຸ່ມບໍລິສັດລົງທຶນພະລັງໄຟຟ້າແຫ່ງຊາດຈີນໄດ້ເປີດປ້າຍຢ່າງເປັນທາງການ.

ຫຼັງຈາກຄັງປັນຍາດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນແລ້ວ, ຈະອີງໃສ່ພາລະບົດບາດຂອງຂ່າວສານຊິນຮວາທີ່ເປັນຄັງປັນຍາລະດັບສູງຂອງຊາດ, ພ້ອມດ້ວຍທ່າແຮງຂອງບໍລິສັດຂໍ້ມູນເສດຖະກິດຈີນໃນການເກັບກຳ ແລະ ວິເຄາະຂໍ້ມູນ, ຈັດສັນຊັບພະຍາກອນຂອງບໍລິສັດຂໍ້ມູນເສດຖະກິດຈີນ, ທັງປະສານສົມທົບກັບພາກສ່ວນລັດຖະບານ, ລັດວິສາຫະກຳ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ພາກສ່ວນອື່ນໆ, ສຸມໃສ່ສະພາບການພັດທະນາເສດຖະກິດຂອງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ລົງເລິກດຳເນີນການຄົ້ນຄວ້າຢ່າງເປັນລະບົບ, ນຳສະເໜີຜົນການຄົ້ນຄວ້າທີ່ມີຄຸນນະພາບສູງຂອງຄັງປັນຍາຢ່າງຕໍ່ເນື່ອງ.

ໃນຖານະທີ່ເປັນອົງການປະຕິບັດງານປົກກະຕິ, ຫ້ອງການ “ຄັງປັນຍາເສດຖະກິດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ຕັ້ງຢູ່ສູນຄົ້ນຄວ້າເສດຖະກິດຢຸນນານບໍລິສັດຂໍ້ມູນເສດຖະກິດຈີນ. ໃນພິທີນຳສະເໜີຄັ້ງນີ້, ພະນັກງານຜູ້ຮັບຜິດຊອບທີ່ກ່ຽວຂ້ອງໃນຫ້ອງການໄດ້ແຈ້ງແຜນການສ້າງຕັ້ງຄັງປັນຍາ ກໍຄືຈຸດສຸມແຫ່ງການຄົ້ນຄວ້າທີ່ຈະໄດ້ດຳເນີນການໃນໄວໆນີ້.