ວັນທີ 18 ມັງກອນນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ກັບ ທ່ານໂຕເລິ່ມ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຫວຽດນາມ ແລະ ທ່ານ ເລື່ອງເກືອງ ປະທານປະເທດຫວຽດນາມ ໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນ ເນື່ອງໃນໂອກາດສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 75 ປີ.
ມື້ດຽວກັນ, ທ່ານ ຫຼີຊຽງ ນາຍົກລັດຖະມົນຕີຈີນ ແລະ ທ່ານ ຟາມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນ.