ນາຍົກໄທ:ຕໍ່ຕ້ານອາດຊະຍາກໍາຂ້າມຊາດຢ່າງເດັດຂາດ ເພື່ອຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວຢ່າງແທ້ຈິງ

CGTN, January 21, 2025
Size:

ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ໄດ້ລົງສື່ສັງຄົມອອນລາຍໃນວັນທີ 17 ມັງກອນນີ້ ໂດຍຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງໄທ ຈົ່ງຮ່ວມມືກັນຢ່າງແໜ້ນແຟ້ນໃນການຕໍ່ຕ້ານອາດຊະຍາກໍາຂ້າມຊາດຢ່າງເດັດຂາດ ເພື່ອຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວຢ່າງແທ້ຈິງ.

ໃນມື້ດຽວກັນ, ທ່ານນາງ ແພທອງທານ ຊິນນະວັດ ໄດ້ຈັດກອງປະຊຸມຂອງກອງໃຫຍ່ຕໍາຫຼວດແຫ່ງຊາດ, ກະຊວງການຕ່າງປະເທດ, ກະຊວງທ່ອງທ່ຽວ ແລະ ກິລາ ເພື່ອເປິກສາຫາລືກ່ຽວກັບວິທີເພີ່ມຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວໄປປະເທດໄທ. ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ໃນເຄິ່ງເດືອນມັງກອນປີນີ້, ຈໍານວນນັກທ່ອງທ່ຽວຈີນສະເລ່ຍຕໍ່ມື້ທີ່ປະເທດໄທຕ້ອນຮັບ ບໍ່ໄດ້ຫຼຸດລົງເມື່ອທຽບໃສ່ເດືອນທັນວາປີທີ່ຜ່ານມາ. ແຕ່ເພື່ອເພີ່ມຄວາມໝັ້ນໃຈຕື່ມອີກ, ທ່ານນາງ ແພທອງທານ ໄດ້ສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງເພີ່ມທະວີການໂຄສະນາ ແລະ ສະແດງໃຫ້ເຫັນຄວາມປອດໄພດ້ານການທ່ອງທ່ຽວໃນປະເທດໄທ. ທ່ານຍັງມີແຜນການຈະຖ່າຍວິດີໂອທີ່ມີພາສາຈີນຂຶ້ນໜ້າຈໍ ເພື່ອສົ່ງຂ່າວສານເລື່ອງຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ.