ນໍາສະເໜີວິດີໂອໂຄສະນາງານລາຕີບຸນກຸດຈີນ ແລະ ເຄື່ອງທີ່ລະນຶກຂອງ CMG ໃນງານວາງສະແດງການທ່ອງທ່ຽວສາກົນໄທ

CGTN, January 21, 2025
Size:

ລະຫວ່າງວັນທີ 16-19 ມັງກອນນີ້, ງານວາງສະແດງການທ່ອງທ່ຽວສາກົນໄທຄັ້ງທີ 30 ໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທ. ໃນໄລຍະຈັດງານວາງສະແດງ ໄດ້ມີການນໍາສະເໜີວິດີໂອໂຄສະນາງານລາຕີບຸນກຸດຈີນຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຢູ່ໜ້າຈໍໃຫຍ່ໃນສະຖານທີ່ຈັດງານຕົ້ນຕໍ, ເຊິ່ງເປັນການເລີ່ມຕົ້ນຂອງກິດຈະກໍາຕ່າງໆ ເພື່ອໂຄສະນາງານລາຕີບຸນກຸດຈີນປີມະເສັງຂອງ CMG ຢູ່ປະເທດໄທ.

ງານວາງສະແດງຄັ້ງນີ້ ໄດ້ດຶງດູດອົງການຈັດຕັ້ງ ແລະ ວິສາຫະກິດດ້ານການທ່ອງທ່ຽວຈາກປະເທດ ແລະ ເຂດແຄວ້ນຕ່າງໆທັງໝົດ 680 ກວ່າແຫ່ງເຂົ້າຮ່ວມ, ມີຜູ້ຊົມປະມານຫຼາຍແສນຄົນເຂົ້າຮ່ວມງານວາງສະແດງຄັ້ງນີ້.

ໃນໂອກາດດັ່ງກ່າວ, ຜູ້ປະກອບການຂະແໜງການທ່ອງທ່ຽວລາວໃຫ້ຮູ້ວ່າ: ການສ້າງເສັ້ນທາງລົດໄຟລາວ-ຈີນຢ່າງສຳເລັດຜົນ ໄດ້ເຮັດໃຫ້ການພົວພັນລະຫວ່າງຈີນ-ລາວ-ໄທລົງສູ່ລວງເລິກ. ນອກນີ້, ເຂົາເຈົ້າຍັງໄດ້ສົ່ງຄໍາອວຍພອນປີໃໝ່ຈີນອັນປະເສີດມາຍັງປະຊາຊົນຈີນ ແລະ ຜູ້ຕິດຕາມໃນທົ່ວໂລກຂອງ CMG ໂດຍຜ່ານ CMG ນໍາອີກ.