GDP ຂອງ​ຈີນ​ໃນ​ປີ 2024 ເພີ່ມ​ຂຶ້ນ 5% ເມື່ອ​ທຽບ​ໃສ່​ປີ 2023

CGTN, January 17, 2025
Size:

ຕອນເຊົ້າວັນທີ 17 ມັງກອນນີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອແນະນຳສະພາບການພັດທະນາເສດຖະກິດແຫ່ງຊາດຈີນໃນປີ 2024.

ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງອົງການສະຖິຕິແຫ່ງຊາດຈີນກ່າວວ່າ: ໂດຍຜ່ານຈາກການໄລ່ລຽງເບື້ອງຕົ້ນ, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນໃນປີ 2024 ມີເຖິງ 134.908,4 ຕື້ຢວນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2023.