ຈີນ ແລະ ອາຊຽນຮ່ວມກັນປາບການພະນັນທາງອິນເຕີເນັດ ແລະ ການຫຼອກລວງທາງໂທລະຄົມຂ້າມຊາດ

CGTN, January 17, 2025
Size:

ວັນທີ 16 ມັງກອນນີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທູຕານຸທູດຂອງ 10 ປະເທດສະມາຊິກອາຊຽນຢູ່ນະຄອນຫຼວງປັກກິ່ງ ໂດຍກ່າວວ່າ: ໃນຫວ່າງມໍ່ໆມານີ້, ຢູ່ເຂດຊາຍແດນໄທ-ມຽນມາໄດ້ເກີດຄະດີການພະນັນທາງອິນເຕີເນັດ ແລະ ການຫຼອກລວງທາງໂທລະຄົມແບບໂຫດຮ້າຍຫຼາຍຄະດີ ໂດຍເປັນໄພຂົ່ມຂູ່ ແລະ ທຳລາຍຜົນປະໂຫຍດຕົວຈິງຂອງພົນລະເມືອງຈີນ ແລະ ພົນລະເມືອງປະເທດອື່ນ ເຊິ່ງຕ້ອງໄດ້ໃຫ້ຄວາມສຳຄັນໃນລະດັບສູງຕໍ່ເລື່ອງນີ້. ຫວັງວ່າປະເທດທີ່ກ່ຽວຂ້ອງຈະແບກຫາບຄວາມຮັບຜິດຊອບ, ປະຕິບັດມາດຕະການຢ່າງເຂັ້ມງວດ, ເດັດດ່ຽວປາບປາມການພະນັນທາງອິນເຕີເນັດ ແລະ ການຫຼອກລວງທາງໂທລະຄົມ, ປົກປ້ອງຄວາມປອດໄພດ້ານຊັບສິນ ແລະ ຊີວິດຂອງປະຊາຊົນ, ບໍ່ອະນຸຍາດໃຫ້ຜູ້ຕ້ອງໂທດພົ້ນຈາກການລົງໂທດຂອງກົດໝາຍໄດ້ຢ່າງເດັດຂາດ.

ຈີນຍິນດິຮ່ວມກັບບັນດາປະເທດສະມາຊິກອາຊຽນ ເພີ່ມທະວີການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນດ້ານການປະຕິບັດກົດໝາຍ ແລະ ຄວາມປອດໄພ ເພື່ອສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນບັນດາປະເທດ, ປົກປ້ອງຄວາມເປັນລະບຽບທີ່ດີສຳລັບການໄປມາຫາສູ່ກັນ ແລະ ການຮ່ວມມຶລະຫວ່າງປະເທດອ້ອມຂ້າງ.