ຕອນບ່າຍວັນທີ 15 ມັງກອນນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ໄດ້ສົນທະນາກັບທ່ານໂຕ່ເລີ່ມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມໂດຍຜ່ານທາງໂທລະສັບ.
ທ່ານສີຈິ້ນຜິງກ່າວວ່າ: ປີນີ້ແມ່ນປີສຸດທ້າຍຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ຂອງຈີນ ແລະ ກໍເປັນປີສຳຄັນຂອງພັກຄອມມູນິດຫວຽດນາມທີ່ກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14, ເວົ້າສຳລັບຈີນ ແລະ ຫວຽດນາມແລ້ວກໍມີຄວາມໝາຍສຳຄັນທີ່ສືບຕໍ່ເສີມຂະຫຍາຍທັງອັນເກົ່າແລະໃໝ່. ສອງຝ່າຍຄວນເສີມຂະຫຍາຍບົດບາດການນຳພາທາງດ້ານການເມືອງຂອງການໄປມາຫາສູ່ແລກປ່ຽນກັນລະຫວ່າງການນຳຂັ້ນສູງຢ່າງເຕັມທີ່, ສືບຕໍ່ຮັກສາການໄປມາຫາສູ່ກັນຢ່າງໃກ້ຊິດ. ຕ້ອງຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ, ເລັ່ງຊຸກຍູ້ການເຊື່ອມຈອດ, ຮ່ວມກັນສ້າງເວທີການຮ່ວມມືດ້ານກຳລັງການຜະລິດໃນຄຸນນະພາບໃໝ່, ສ້າງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂ້າມຊາດທີ່ໝັ້ນທ່ຽງ ແລະ ໂລ່ງລ່ຽນ. ຕ້ອງເພີ່ມທະວີການປະສານງານໃນສາກົນ ແລະ ພາກພື້ນ, ຮັກສາຄວາມເປັນທຳ ແລະ ຍຸຕິທຳໃນສາກົນ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ທ່ານໂຕ່ເລີ່ມກ່າວວ່າ: ຫວຽດນາມສະແດງຄວາມຊື່ນຊົມຢ່າງຈິງໃຈຕໍ່ໝາກຜົນການພັດທະນາອັນຍິ່ງໃຫຍ່ທີ່ປະຊາຊົນຈີນຍາດມາໄດ້ພາຍໃຕ້ການນຳພາຂອງພັກຄອມມູນິດຈີນ, ເຊື່ອວ່າຈີນຈະເສີມຂະຫຍາຍທ່າແຮງຂອງຕົນທາງດ້ານຂະໜາດເສດຖະກິດ ແລະ ການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ແລະ ຈະໄດ້ຮັບໝາກຜົນການພັດທະນາອັນໃຫຍ່ຫຼວງກວ່າເກົ່າຢ່າງບໍ່ຢຸດຢັ້ງ. ຫວຽດນາມຕັ້ງໜ້າສະໜັບສະໜູນສາມຂໍ້ລິເລີ່ມທົ່ວໂລກທີ່ທ່ານເລຂາທິການໃຫຍ່ສີຈິ້ນຜິງສະເໜີອອກ ແລະ ຍິນດີເພີ່ມທະວີການຮ່ວມມືກັບຈີນໃນຂອບສາມຂໍ້ລິເລີ່ມນີ້.
ຂ່າວລາຍງານຕື່ມວ່າ: ທ່ານສີຈິ້ນຜິງ ແລະ ທ່ານໂຕ່ເລີ່ມໄດ້ຮ່ວມກັນປະກາດເລີ່ມຕົ້ນປີແລກປ່ຽນວັດທະນະທຳຈີນ-ຫວຽດນາມຢ່າງເປັນທາງການ.