ອີງຕາມຂໍ້ມູນປະຈຳປີ 2024 ຂອງອຸດສາຫະກຳຜະລິດເຮືອຈີນສະແດງໃຫ້ເຫັນວ່າ: ຕົວຊີ້ວັດສຳຄັນ 3 ຢ່າງດ້ານອຸດສາຫະກຳຜະລິດເຮືອຂອງຈີນໄດ້ເປັນອັນດັບ 1 ຂອງໂລກມາເປັນເວລາ 15 ປີລຽນຕິດ. ປີ 2024, ປະລິມານການຜະລິດຂອງອຸດສາຫະກຳຜະລິດເຮືອຂອງຈີນໄດ້ສຳເລັດ 55,7%, ໝາຍຄວາມວ່າ ໃນກຳປັ່ນທີ່ມອບໃຫ້ແກ່ລູກຄ້າທົ່ວໂລກໃນປີ 2024 ນັ້ນ ມີຫຼາຍກວ່າເຄິ່ງໜຶ່ງແມ່ນຜະລິດໂດຍປະເທດຈີນ; ຈີນໄດ້ຮັບໃບສັ່ງຜະລິດເຮືອທີ່ກວມເອົາ 63,1%ຂອງຕະຫຼາດທົ່ວໂລກ; ໃບສັ່ງຜະລິດເຮືອທີ່ຈີນຮັບໃໝ່ກໍມີຈຳນວນຫຼາຍສົມຄວນ, ປີ 2024 ຈີນໄດ້ຮັບໃບສັ່ງຜະລິດເຮືອໃໝ່ກວມ 74,1% ຂອງຕະຫຼາດທົ່ວໂລກ, ເຊິ່ງໝາຍຄວາມວ່າ ໃນຕໍ່ໜ້ານີ້ໃນຈຳນວນເຮືອທີ່ຜະລິດໃໝ່ນັ້ນ ມີຫຼາຍກວ່າ 70% ແມ່ນຜະລິດໂດຍປະເທດຈີນ.