ຕອນເຊົ້າວັນທີ 13 ມັງກອນນີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍຜູ້ຮັບຜິດຊອບອົງການພາສີແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ, ປີ 2024 ຍອດມູນຄ່າການຄ້ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບບາຍໄດ້ຂອງຈີນມິເຖິງ 43850 ຕື້ຢວນ, ໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່ໃນປະຫວັດສາດ, ຍອດຍູມຄ່າ ປະເລິມານເພີ່ມຂຶ້ນ ແລະ ຄຸນນະພາບດ້ານການຄ້າກັບຕ່າງປະເທດຂອງຈີນລ້ວນແຕ່ໄດ້ມີການເຕີບໂຕ.
ອີງຕາມຕົວເລກຂໍ້ມູນຂອງດ່ານພາສີຈີນສະແດງໃຫ້ເຫັນວ່າ: ປີ 2024, ຍອດມູນຄ່າການຄ້ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບບາຍໄດ້ຂອງຈີນມິເຖິງ 43.850 ຕື້ຢວນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2023, ມູນຄ່າການສົ່ງອອກໄດ້ລື່ນກາຍ 25.000 ຕື້ຢວນເປັນຄັ້ງທຳອິດ ໂດຍມີເຖິງ 25.420 ຕື້ຢວນ, ເພີ່ມຂຶ້ນ 7,1% ເມື່ອທຽບໃສ່ປີ 2023, ໄດ້ຮັກສາການເຕີບໂຕເປັນເວລາ 8 ປີລຽນຕິດ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງກຳລັງແຂ່ງຂັນທີ່ແຂງແຮງພໍສົມຄວນຂອງຜະລິດຕະພັນຈີນ. ມູນຄ່າການນຳເຂົ້າມີເຖິງ 18.390 ຕື້ຢວນ, ເພີ່ມຂຶ້ນ 2,3%.