ທາງລົດໄຟລາວ-ຈີນເປີດຊ່ອງທາງຜ່ານດ່ານພິເສດສຳລັບ “ຜູ້ກັບບ້ານໃນໄລຍະບຸນກຸດຈີນ”

CGTN, January 15, 2025
Size:

ຄຽງຄູ່ກັບການຂົນສົ່ງໃນໄລຍະບຸນກຸດຈີນເລີ່ມຂຶ້ນຢ່າງເປັນທາງການ, ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນໄດ້ຕ້ອນຮັບຄົນເຂົ້າ-ອອກເມືອງຫຼາຍຂຶ້ນໃນ 2 ມື້ຜ່ານມາ. ເພື່ອຮັບປະກັນໃຫ້ການຜ່ານດ່ານໃນໄລຍະບຸນກຸດຈີນມີຄວາມໂລ່ງລ່ຽນ ແລະ ວ່ອງໄວ, ດ່ານທາງລົດໄຟບໍ່ຫານໄດ້ເປີດຊ່ອງທາງຜ່ານດ່ານພິເສດສຳລັບ “ຜູ້ກັບບ້ານໃນໄລຍະບຸນກຸດຈີນ”.

ຢູ່ດ່ານທາງລົດໄຟບໍ່ຫານ, ຊ່ອງທາງຜ່ານດ່ານພິເສດດັ່ງກ່າວຕົ້ນຕໍແມ່ນຮັບໃຊ້ຜູ້ເຖົ້າ, ແມ່ມານ, ເດັກນ້ອຍ ແລະອື່ນໆເປັນບຸລິມະສິດ ເພື່ອໃຫ້ກຸ່ມຄົນດັ່ງກ່າວສາມາດຜ່ານດ່ານຢ່າງວ່ອງໄວ. ນອກນີ້, “ການຜ່ານດ່ານໂດຍແບ່ງປະເພດ”, ການເພີ່ມ “ປ່ອງຢ້ຽມບໍລິການໃນໄລຍະມີຄົນຜ່ານດ່ານຫຼາຍ” ແລະ ມາດຕະການອື່ນໆ ກໍໄດ້ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທັງຫຼາຍ.