ຫ້ອງການຄະນະລັດຖະບານຈີນໄດ້ເຜີຍແຜ່ “ມາດຕະການຈຳນວນໜຶ່ງກ່ຽວກັບການບົ່ມສ້າງຈຸດເຕີບໂຕໃໝ່ ສ້າງວັດທະນະທຳໃຫ້ຈະເລີນຮຸ່ງເຮືອງ ແລະ ຊຸກຍູ້ການບໍລິໂພກດ້ານການທ່ອງທ່ຽວຕື່ມອີກ”, ໃນນັ້ນໄດ້ມີຄຳເຫັນວ່າ: ຈະປັບປຸງນະໂຍບາຍເຂົ້າເມືອງຈີນເພື່ອທ່ອງທ່ຽວໃຫ້ດີຂຶ້ນ.
ຈີນຈະເພີ່ມປະເທດຍົກເວັ້ນວີຊາແຕ່ຝ່າຍດຽວຢ່າງເປັນລະບຽບ ທັງແກ່ຍາວເວລາຂອງວີຊາໃນລະດັບທີ່ເໝາະສົມ. ເພີ່ມທະວີການໂຄສະນາ ແລະ ຄວາມຮັບປະກັນດ້ານການບໍລິການ, ປະຕິບັດນະໂຍບາຍທີ່ມີຢູ່ໃນປັດຈຸບັນໃຫ້ດີ ເຊັ່ນ: ຍົກເວັ້ນວີຊາແກ່ຜູ້ຜ່ານເມືອງຈີນໄປປະເທດທີສາມ ແລະ ນະໂຍບາຍຍົກເວັ້ນວີຊາແກ່ຊາວຕ່າງປະເທດຂອງບາງປະເທດ ແລະ ປັບປຸງນະໂຍບາຍເຫຼົ່ານີ້ໃຫ້ສົມບູນຕື່ມອີກໃນເວລາທີ່ເໝາະສົມ. ເພີ່ມຜະລິດຕະພັນທ່ອງທ່ຽວໃຫ້ແກ່ຊາວຕ່າງປະເທດ, ພັດທະນາເສັ້ນທາງທ່ອງທ່ຽວທີ່ມີສີສັນພິເສດທີ່ສອດຄ່ອງກັບນະໂຍບາຍຍົກເວັ້ນວີຊາສຳລັບຊາວຕ່າງປະເທດທີ່ຜ່ານເມືອງຈີນໄປປະເທດທີສາມ. ຈັດກິດຈະກຳໂຄສະນາເຜີຍແຜ່ການທ່ອງທ່ຽວຈີນພາຍໃຕ້ຫົວຂໍ “ສະບາຍດີຈີນ!”. ປັບປຸງການບໍລິການດ້ານການຄືນພາສີຂາອອກ ທັງສົ່ງເສີມການປະຕິບັດມາດຕະການທີ່ “ຄືນພາສີທັນທີໃນຂະນະທີ່ຊື້ສິນຄ້າ”.