ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ວຽກ​ງານເກັບ​ກູ້​ລະ​ເບີດຂອງ​ກຳ​ປູ​ເຈຍ

CGTN, January 13, 2025
Size:

ວັນທີ 9 ມັງກອນນີ້, ທ່ານ ວ່າງເວີນປິ່ນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍໄດ້ພົບປະກັບທ່ານລີທຸດ ລັດຖະມົນຕີກະຊວງວຽກງານແຫ່ງລັດ ທັງເປັນຮອງປະທານທີໜຶ່ງຂອງອົງການເກັບກູ້ລະເບີດແລະຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກຂອງກຳປູເຈຍພ້ອມດ້ວຍຄະນະຢູ່ສຳນັກງານສະຖານທູດຈີນປະຈຳກຳປູເຈຍ.

ທ່ານວ່າງເວີນປິ່ນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ໄດ້ຮັບຂອງກຳປູເຈຍໃນຂົງເຂດເກັບກູ້ລະເບີດ ພ້ອມທັງກ່າວຢືນຢັນວ່າຈີນຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມອົງການຈັດຕັ້ງສັງຄົມ ແລະພາກສ່ວນເອກະຊົນຂອງຈີນເຂົ້າຮ່ວມການເຄື່ອນໄຫວເກັບກູ້ລະເບີດເພື່ອມະນຸດສະທຳຂອງກຳປູເຈຍ, ລົງເລິກການຮ່ວມມືຕື່ມອີກກັບລັດຖະບານລາຊະອານາຈັກກຳປູເຈຍໃນດ້ານການເກັບກູ້ລະເບີດ.

ທ່ານລີທຸດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນຈີນທີ່ໄດ້ສະໜອງເງິນທຶນ, ເຄື່ອງອຸປະກອນ ແລະ ການເຝິກອົບຮົມໃຫ້ແກ່ເຈົ້າໜ້າທີ່ເກັບກູ້ລະເບີດຂອງກຳປູເຈຍນັບແຕ່ປີ 2015 ເປັນຕົ້ນມາ. ທ່ານໄດ້ຍ້ອງຍໍຊົມເຊີຍການປະກອບສ່ວນຂອງຈີນໃນວຽກງານເກັບກູ້ລະເບີດ, ເຊິ່ງໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການບຸລິມະສິດຂອງປະຊາຊົນທ້ອງຖິ່ນຢ່າງແທ້ຈິງ, ໄດ້ຫຼຸດຄວາມສ່ຽງດ້ານລະເບີດບໍ່ທັນແຕກ ແລະຮຽກຮ້ອງໃຫ້ຈີນຈົ່ງສືບຕໍ່ສະໜັບສະໜູນຄວາມພະຍາຍາມຂອງກຳປູເຈຍໃນດ້ານການແກ້ໄຂບັນຫາມິນ ແລະ ວັດຖຸລະເບີດທີ່ຕົກຄ້າງໃນປາງສົງຄາມ.