ປະ​ລິ​ມານ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ແລະ​​ຂົນ​ສົ່ງ​ສິນ​ຄ້າ​ຜ່ານ​ເສັ້ນ​ທາງ​ລົດ​ໄຟ​​ຈີນ-ລາວເພີ່ມ​ຂຶ້ນຫຼາຍກວ່າ 10% ໃນ 3 ປີ​ຕິດ​ຕໍ່​ກັນ

CGTN, January 13, 2025
Size:

ຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງຈຳກັດແຈ້ງໃຫ້ຮູ້ວ່າ: ປະລິມານການຂົນສົ່ງຜູ້ໂດຍສານແລະຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟຈີນ-ລາວລ້ວນແຕ່ເພີ່ມຂຶ້ນຫຼາຍກວ່າ 10% ໃນ 3 ປີຕິດຕໍ່ກັນ, ປີ 2024ຜ່ານມາ, ໄດ້ຂົນສົ່ງຜູ້ໂດຍສານ 19,11 ລ້ານເທື່ອຄົນ, ເພີ່ມຂຶ້ນ 15,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ຂົນສົ່ງສິນຄ້າ 19,64 ລ້ານໂຕນ, ເພີ່ມຂຶ້ນ 10,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕາມຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ນັບແຕ່ເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ຢ່າງເປັນທາງການເປັນຕົ້ນມາ, ນັບມາຮອດວັນທີ 9 ມັງກອນນີ້, ໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 45 ລ້ານເທື່ອຄົນ, ໄດ້ຂົນສົ່ງສິນຄ້າ 50,7 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມຊາດ 11,7ລ້ານໂຕນ.