ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງແຈ້ງໃຫ້ຮູ້ວ່າ: ໃນປີ 2024, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຜ່ານທາງລົດໄຟຈີນ-ລາວໄດ້ເພິ່ມຂຶ້ນຢ່າງແຂງແຮງ ໂດຍໄດ້ຂົນສົ່ງຜູ້ໂດຍສານລວມທັງໝົດ 19,11 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 19,64 ລ້ານໂຕນ ເຊິ່ງຕ່າງໄດ້ເພີ່ມຂຶ້ນ 15% ແລະ 10,5% ຕາມລຳດັບ.
ຕາມຂ່າວແຈ້ງວ່າ: ນັບແຕ່ທາງລົດໄຟຈີນ-ລາວເປີດນຳໃຊ້ຈົນຮອດວັນທີ 9 ມັງກອນນີ້, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານ 45 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 50,7 ລ້ານໂຕນ, ໃນນັ້ນ, ການຂົນສົ່ງສິນຄ້າຂ້າມຊາດມີເຖິງ 11,7 ລ້ານໂຕນ ເຊິ່ງເປັນການໃຫ້ການສະໜັບສະໜູນດ້ານການຂົນສົ່ງຢ່າງໃຫຍ່ຫຼວງຕໍ່ການລົງເລິກການຮ່ວມມືລະຫວ່າງຈີນກັບອາຊຽນໃນດ້ານຕ່າງໆ ເຊັ່ນ: ການຄ້າ, ການລົງທຶນ, ການບໍລິການ ແລະ ການທະນາຄານ ເປັນຕົ້ນ ແລະກໍໄດ້ສ້າງພະລັງຂັບເຄື່ອນຢ່າງແຂງແຮງໃຫ້ແກ່ການແລກປ່ຽນດ້ານວັດທະນະທຳ ແລະ ການໄປມາຫາສູ່ກັນດ້ານເສດຖະກິດການຄ້າໃນສາກົນ.