ງານວາງສະແດງເຄື່ອງເອເລັກໂຕຣນິກອາເມຣິກາປີ 2025 ໄດ້ຈັດຂຶ້ນຢູ່ລາສເວກັດຂອງອາເມຣິກາໃນວັນທີ 7 ມັງກອນນີ້. ການປະຍຸກໃຊ້ ແລະ ແຜນແກ້ໄຂໃນການປະຍຸກໃຊ້ພາຍໃຕ້ການຂັບເຄື່ອນຈາກເຕັກໂນໂລຊີປັນຍາປະດິດ ໄດ້ກາຍເປັນຈຸດເດັ່ນໃນງານວາງສະແດງຄັ້ງນີ້. ໃນນັ້ນກໍມີຜະລິດຕະພັນຈາກຈີນຈຳນວນບໍ່ໜ້ອຍ.
ສະຖິຕິທາງການໄດ້ໃຫ້ຮູ້ວ່າ: ງານວາງສະແດງເຄື່ອງເອເລັກໂຕຣນິກ ອາເມຣິກາປີ 2025 ໄດ້ດຶງດູດວິສາຫະກິດ 4.800 ກວ່າແຫ່ງເຂົ້າຮ່ວມ, ວິສາຫະກິດຈີນເຂົ້າຮ່ວມງານວາງສະແດງດັ່ງກ່າວໄດ້ມີເຖິງ 1.300 ກວ່າແຫ່ງ, ໃນນັ້ນມີຫຼາຍແຫ່ງໄດ້ຮັບລາງວັນປະດິດສ້າງໃໝ່ຂອງງານວາງສະແດງປີ 2025.