ເວລາປະມານ 15:00 ຂອງວັນທີ 3 ມັງກອນ 2025, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຕາມເສັ້ນທາງລົດໄຟຈີນ-ລາວທີ່ບັນທຸກກຸ້ງສຸກແຊ່ເຢັນຈຳນວນ 24 ໂຕນຂອງແຂວງສົງຂາ ປະເທດໄທ ຂະບວນໜຶ່ງ ໄດ້ແລ່ນເຂົ້າສູ່ສະຖານີຫວາງເຈ່ຍຢີງຕາເວັນຕົກ ນະຄອນຄຸນໝິງ ແຂວງຢຸນນານຈີນ ເຊິ່ງເປັນຂີດ ໝາຍສະແດງໃຫ້ເຫັນວ່າ ການທົດລອງຂົນສົ່ງອາຫານທະເລແຊ່ເຢັນຜ່ານທາງລົດໄຟຈີນ-ລາວ ໄດ້ເລີ່ມຂຶ້ນຢ່າງເປັນທາງການແລ້ວ.
ຢູ່ສູນໂລຈິສຕິກຂົນສົ່ງເຄື່ອງເຢັນອາຊຽນ ມິງຜີນຟູ ນະຄອນຄຸນໝິງ, ພະນັກງານກຳລັງຂຸ້ນຂ້ຽວດຳເນີນຂັ້ນຕອນກວດກາຢ່າງເຂັ້ມງວດຕໍ່ກຸ້ງສຸກແຊ່ເຢັນທີ່ຫາກໍຂົນສົ່ງມາເຖິງ ເພື່ອຮັບປະກັນຄຸນນະພາບການຂົນສົ່ງ ແລະ ຄວາມປອດໄພຂອງອາຫານທະເລເຫຼົ່ານີ້. ກຸ້ງສຸກແຊ່ເຢັນງວດນີ້ຈະສະໜອງໃຫ້ຜູ້ບໍລິໂພກຂອງຈີນຈຳນວນຫຼວງຫຼາຍໃນຖານະເປັນສິນຄ້າສຳລັບບຸນກຸດຈີນທີ່ມີເອກະລັກສະເພາະໃນຍາມບຸນກຸດຈີນ.
ຜົນສຳເລັດການຂົນສົ່ງອາຫານທະເລຂອງໄທຄັ້ງນີ້ ແມ່ນຍ້ອນໄດ້ປະສົມປະສານລະຫວ່າງການຂົນສົ່ງຜ່ານທາງລົດໄຟຈີນ-ລາວ ກັບ ການຂົນສົ່ງຜ່ານທາງຫຼວງ. ກຸ້ງສຸກແຊ່ເຢັນງວດນີ້ພາຍຫຼັງຂົນສົ່ງຈາກປະເທດໄທແລ້ວ, ໄດ້ຖືກຂົນສົ່ງໄປຮອດນະຄອນຫຼວງວຽງຈັນຜ່ານທາງຫຼວງ ແລ້ວຖືກຂົນສົ່ງໄປຮອດນະຄອນຄຸນໝິງໂດຍກົງ ດ້ວຍຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຕາມເສັ້ນທາງລົດໄຟຈີນ-ລາວ. ຖ້າທຽບໃສ່ການຂົນສົ່ງທາງທະເລ ຫຼື ຜ່ານທາງຫຼວງແບບດັ້ງເດີມ, ການຂົນສົ່ງແບບປະສົມປະສານລະຫວ່າງການຂົນສົ່ງຜ່ານທາງຫຼວງ ແລະ ຜ່ານທາງລົດໄຟຢ່າງມີຫົວຄິດປະດິດສ້າງໃໝ່ແບບນີ້ ໄດ້ເຮັດໃຫ້ເວລາຂົນສົ່ງທັງໝົດສັ້ນເຂົ້າປະມານ 14 ມື້ ເຊິ່ງໄດ້ຫຼຸດຜ່ອນຕົ້ນທຶນການຂົນສົ່ງຢ່າງມີປະສິດທິຜົນສູງ ແລະ ໄດ້ຍົກສູງປະສິດທິພາບຂອງລະບົບໂລຈິສຕິກ.