ປີ 2024, ​ຍອດ​ປະ​ລິ​ມານ​ສິນ​ຄ້າ​ທີ່​ຂົນ​ສົ່ງ​ຜ່ານຂະ​ບວນ​ລົດ​ໄຟ​​ຂົນ​ສົ່ງ​ສິນ​ຄ້າຈີນ-ຫວຽດ​ນາມ​ເພີ່ມ​ຂຶ້ນ 1153%

CGTN, January 9, 2025
Size:

ວັນທີ 9 ມັງກອນນີ້, ກຸ່ມບໍລິສັດນານນີງທາງລົດໄຟຈີນຈຳກັດເປີດເຜີຍໃຫ້ຮູ້ວ່າ: ປີ 2024, ຍອດປະລິມານສິນຄ້າທີ່ຂົນສົ່ງຜ່ານຂະບວນລົດໄຟຈີນ-ຫວຽດນາມມີເຖິງ 19.670 ຕູ້ ເພີ່ມຂຶ້ນ 1153ເມື່ອທຽບໃສ່ປີ 2023. ສິນຄ້າທີ່ຂົນສົ່ງຜ່ານຂະບວນລົດໄຟດັ່ງກ່າວແມ່ນມາຈາກ 25 ແຂວງ ເຂດປົກຄອງຕົນເອງ ແລະກຳແພງນະຄອນພາຍໃນປະເທດຈີນ ແລະ ຂົນສົ່ງໄປເຖິງຫຼາຍປະເທດໃນອາຊຽນ ຄື: ຫວຽດນາມ, ລາວ ແລະ ໄທເປັນຕົ້ນ, ເຊິ່ງໄດ້ຊຸກຍູ້ການໄປມາຫາສູ່ກັນດ້ານເສດຖະກິດການຄ້າລະຫວ່າງຈີນ-ປະເທດອາຊຽນຢ່າງແຂງແຮງ.