ໃນ 11 ເດືອນຂອງປີ 2024, ວິສາຫະກິດອຸດສາຫະກຳເບົາຂະໜາດໃຫຍ່ຂອງຈີນສາມາດສ້າງຜົນກຳໄລໄດ້ຫຼາຍກວ່າ 1.000 ຕື້ຢວນ

CGTN, January 8, 2025
Size:

ສະຫະພັນອຸດສາຫະກຳເບົາຈີນແຈ້ງໃຫ້ຮູ້ວ່າ: ໃນ 11 ເດືອນຂອງປີ 2024, ການຜະລິດຂອງອຸດສາຫະກຳເບົາຂອງຈີນໄດ້ມີການເຕີບໂຕຢ່າງໝັ້ນທ່ຽງ, ວິສາຫະກິດອຸດສາຫະກຳເບົາຂະໜາດໃຫຍ່ຂອງຈີນສາມາດສ້າງຜົນກຳໄລໄດ້ຫຼາຍກວ່າ 1.000 ຕື້ຢວນ.

ພາຍໃຕ້ການກະຕຸກຊຸກຍູ້ຂອງນະໂຍບາຍຮັກສາການເຕີບໂຕ ແລະ ກະຕຸ້ນການອຸປະໂພກ-ບໍລິໂພກ ເຊັ່ນ ຊື່ເຄື່ອງໃໝ່ໂດຍເອົາເຄື່ອງເກົ່າໄປຫັກລາຄາ ເປັນຕົ້ນ, ການຜະລິດອຸດສາຫະກຳເບົາຂອງຈີນໄດ້ມີການເຕີບໂຕຢ່າງໝັ້ນທ່ຽງ, ຂະໜາດຕະຫຼາດການຄ້າພາຍໃນ ແລະ ຕ່າງປະເທດໄດ້ຮັບການຂະຫຍາຍຕົວກວ້າງອອກຢ່າງໝັ້ນທ່ຽງ, ການລົງທຶນໄດ້ຟື້ນຟູໂດຍໄວ ແລະ ໄດ້ຮັບຜົນກຳໄລດີຂຶ້ນຢ່າງຕໍ່ເນື່ອງ.

ໃນ 11 ເດືອນຂອງປີ 2024, ວິສາຫະກິດອຸດສາຫະກຳເບົາຂະໜາດໃຫຍ່ຂອງຈີນໄດ້ສ້າງລາຍໄດ້ໃນການທຸລະກິດ 20.600 ຕື້ຢວນ, ໄດ້ຮັບຜົນກຳໄລ 1.320 ຕື້ຢວນ, ເພີ່ມຂຶ້ນ 9,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຈັງຫວະການເຕີບໂຕສູງກວ່າອຸດສາຫະກຳທົ່ວປະເທດ 13,8%.