ວັນທີ 5 ມັງກອນນີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດການຊ້ອມເທື່ອທຳອິດຂອງ“ງານລາຕີບຸນກຸດຈີນ 2025”. ໃນບັນຍາກາດ “ມ່ວນຊື່ນແລະສິລິມຸງຄຸນ” ແລະພາຍໃຕ້ເຫົວຂໍ້ “ສົມຫວັງທຸກປະການ, ເຕີບໃຫຍ່ຢ່າງບໍ່ມີວັນສິ້ນສຸດ”, ງານລາຕີວາດພາບປະເທດຈີນທີ່ສວຍງາມ, ຄວາມອົບອຸ່ນແລະຄວາມສຸກຂອງປະຊາຊົນ ດ້ວຍຮູບການສິລະປະແລະວິທີການສະແດງແບບປະດິດສ້າງຫຼາຍຢ່າງ.