ປີໃໝ່ 2025 ຫາກໍ່ເລີ່ມຕົ້ນ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນທີ່ບັນຈຸໝາກໄມ້ແລະຜັກສົດເຕັມລົດຂະບວນໜຶ່ງໄດ້ອອກຈາກແຂວງຢູນນານຈີນເດີນທາງໄປສູ່ນະຄອນຫຼວງວຽງຈັນຂອງລາວ; ຢູ່ໃນຮ້ານຊັບພະສິນຄ້າຫຼາຍແຫ່ງຂອງຈີນ, ກ້ວຍຫອມລາວທີ່ນຳເຂົ້າໂດຍຜ່ານຂະບວນລົດໄຟແຊ່ເຢັນຂ້າມຊາດຕາມເສັ້ນທາງລົດໄຟລາວ-ຈີນໄດ້ເຮັດໃຫ້ຜູ້ບໍລິໂພກຈີນມີທາງເລືອກຫຼາຍຂຶ້ນ. ເສັ້ນທາງລົດໄຟລາວ-ຈີນທີ່ເປັນ “ເສັ້ນທາງຄຳ” ນັບມື້ນັບເສີມຂະຫຍາຍບົດບາດພົ້ນເດັ່ນຂຶ້ນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງອະນາຄົດອັນສົດໃສແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ໃນຄຳອວຍພອນປີໃໝ່ສາກົນ 2025, ທ່ານສີຈິ້ນຜິງ ປະທານປະເທດຈີນເນັ້ນໜັກວ່າ: ຈີນຍິນດີຮ່ວມກັບປະເທດຕ່າງໆເປັນຜູ້ມີສ່ວນຮ່ວມໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ຈີນເປັນຜູ້ລິເລີ່ມ ແລະ ເປັນຜູ້ປະຕິບັດຕົວຈິງໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ຢູ່ບົນເສັ້ນທາງແຫ່ງການສະແຫວງຫາຄວາມສຸກຂອງມວນມະນຸດແມ່ນບໍ່ໃຫ້ປະຖິ້ມປະເທດໃດ ແລະ ຊົນຊາດໃດໄວ້ທາງຫຼັງ. ຈີນໄດ້ຍຶດໝັ້ນການພັດທະນາໂດຍສັນຕິ, ການພັດທະນາແບບເປີດປະຕູສູ່ພາຍນອກ, ການພັດທະນາດ້ວຍການຮ່ວມມື ແລະການພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງສະເໝີຕົ້ນສະເໝີປາຍ, ສ້າງໂອກາດໃໝ່ໃຫ້ແກ່ການພັດທະນາໂລກດ້ວຍຜົນສຳເລັດໃໝ່ທາງດ້ານຄວາມທັນສະໄໝແບບຈີນ. ມາຮອດປັດຈຸບັນ, ມີ 155 ປະເທດໄດ້ເຂົ້າເປັນສະມາຊິກຄອບຄົວໃຫຍ່ແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”; ຈີນໄດ້ຈັດງານວາງສະແດງສິນຄ້ານຳເຂົ້າສາກົນຈີນເປັນເວລາ 7 ປີຕິດຕໍ່ກັນ, ໄດ້ເປີດຕະຫຼອດຕໍ່ປະເທດຕ່າງໆຢ່າງບໍ່ຢຸດຢັ້ງ; ຈີນໄດ້ປະກາດແຜນດຳເນີນງານ 8 ດ້ານກ່ຽວກັບການ ສະໜັບສະໜູນການພັດທະນາທົ່ວໂລກເພື່ອຮ່ວມກັບປະເທດພວມພັດທະນາທັງຫຼາຍຈັບມືກັນກ້າວໄປສູ່ຄວາມທັນສະໄໝ…ຈີນໄດ້ໃຊ້ການກະທຳຕົວຈິງເພື່ອສະແດງໃຫ້ເຫັນເຖິງຄວາມປາດຖະໜາອັນຈິງໃຈທີ່ວ່າ “ຈີນບໍ່ພຽງແຕ່ຫວັງໃຫ້ປະຊາຊົນຂອງປະເທດຕົນມີຊີວິດການເປັນຢູ່ທີ່ດີເທົ່ານັ້ນ ຍັງຫວັງຢາກໃຫ້ປະຊາຊົນປະເທດຕ່າງໆມີຊີວິດການເປັນຢູ່ທີ່ດີນຳອີກ.”
ມາຮອດປັດຈຸບັນ, ໄດ້ມີຫຼາຍສິບປະເທດ ແລະ ເຂດແຄວ້ນໄດ້ສ້າງຄູ່ຮ່ວມຊາຕາກຳແລະປະຊາຄົມຮ່ວມຊາຕາກຳກັບຈີນດ້ວຍຮູບການຕ່າງໆ. ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດນັບມື້ນັບກາຍເປັນຜະລິດຕະພັນສາທາລະນະສຳຄັນທີ່ສຸດທີ່ມີຄວາມໝາຍທີ່ເປັນສັນຍາລັກຂອງໂລກ, ຊຸກຍູ້ໃຫ້ໂລກກ້າວໄປສູ່ອະນາຄົດອັນສົດໃສທີ່ມີສັນຕິພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າ.