ດັດຊະນີລາຄາສິນຄ້າລາຍໃຫຍ່ຂອງຈີນໃນເດືອນທັນວາປີ 2024 ມີຄວາມໝັ້ນທ່ຽງໂດຍລວມ

CGTN, January 8, 2025
Size:

ວັນທີ 5 ມັງກອນນີ້, ສະມາຄົມການຈັດຊື້ ແລະ ການຈໍລະຈອນສິນຄ້າຈີນໄດ້ເປີດເຜີຍດັດຊະນີລາຄາສິນຄ້າລາຍໃຫຍ່ຂອງຈີນໃນເດືອນທັນວາປີ 2024 ໂດຍສະແດງໃຫ້ເຫັນວ່າ: ຕະຫຼາດສິນຄ້າລາຍໃຫຍ່ໄດ້ເຄື່ອນໄຫວຢ່າງໝັ້ນທ່ຽງໂດຍລວມ, ຂະແໜງການຕ່າງໆສ່ວນຫຼາຍມີການຄາດໝາຍໃນແງ່ດີຕໍ່ຕະຫຼາດໃນພາຍພາກໜ້າ. ຄຽງຄູ່ກັບນະໂຍບາຍຕ່າງໆທີ່ສົ່ງເສີມການພັດທະນາເສດຖະກິດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ເສດຖະກິດຈີນຈະສືບຕໍ່ຮັກສາທ່ວງທ່າທີ່ພັດທະນາໄປໃນທາງທີ່ດີໃນສະພາບທີ່ມີຄວາມໝັ້ນທ່ຽງ.