ວັນທີ 6 ມັງກອນນີ້, ສະຫະພັນສະພາການຄ້າຈີນແຈ້ງໃຫ້ຮູ້ວ່າ: ໃນເດືອນມັງກອນປີນີ້ ດັດຊະນີຄວາມຈະເລີນໃນຂະແໜງການຂາຍຍ່ອຍຂອງຈີນໄດ້ສູງຂຶ້ນຢ່າງເດັ່ນຊັດ. ວິສາຫະກິດຂາຍຍ່ອຍມີຄວາມໝັ້ນໃຈເພິ່ມຂຶ້ນຢ່າງໝັ້ນທ່ຽງຕໍ່ຕະຫຼາດອຸປະໂພກ-ບໍລິໂພກ.
ສະຫະພັນສະພາການຄ້າຈີນປະກາດຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ໃນເດືອນມັງກອນປີນີ້ ດັດຊະນີຄວາມຈະເລີນໃນຂະແໜງການຂາຍຍ່ອຍຂອງຈີນສູງເຖິງ 51,1%, ເພີ່ມຂຶ້ນເດືອນແລ້ວນີ້ 0,7%, ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຂໍ້ມູນສະແດງໃຫ້ເຫັນຕື່ມວ່າ: ຄຽງຄູ່ກັບການບໍລິໂພກໃນຍາມບຸນກຸດຈີນ ພ້ອມດ້ວຍການປະຕິບັດນະໂຍບາຍຊື້ໃໝ່ແທນເກົ່າໃນສິນຄ້າປະເພດຕ່າງໆ ເຊັ່ນ: ເຄື່ອງໃຊ້ໄຟຟ້າເປັນຕົ້ນໃນຮອບໃໝ່, ການອຸປະໂພກ-ບໍລິໂພກສິນຄ້າໃນຕະຫຼາດຂັ້ນເມືອງນັບມື້ນັບຄຶກຄື້ນຟົດຟື້ນ, ມີບົດບາດເດັ່ນຊັດໃນການຊຸກຍູ້ການບໍລິໂພກ.