ຫວ່າງກ່ອນນີ້ບໍ່ດົນ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນທີ່ບັນທຸກຜັກ ແລະ ໝາກໄມ້ສົດເຕັມໆໄດ້ເດີນທາງອອກຈາກສະຖານີສູນກາງຄຸນໝິງຂອງບໍລິສັດຕູ້ຄອນເທັນເນີສາກົນປະສົມທາງລົດໄຟຈີນ (CHINA UNITED INTERNATIONAL RAIL CONTAINERS CO., LTD.) ທີ່ນະຄອນຄຸນໝິງແຂວງຢຸນນານຈີນ ແລ່ນໄປສູ່ນະຄອນຫຼວງວຽງຈັນປະເທດລາວ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ ນັບແຕ່ເປີດບໍລິການເມື່ອວັນທີ 3 ທັນວາ 2021 ເປັນຕົ້ນມາ, ປະລິມານຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວໄດ້ລື່ນກາຍ 50 ລ້ານໂຕນ, ການຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວໄດ້ຂຶ້ນສູ່ລະດັບສູງກວ່າເກົ່າ.
ໃນ 3 ປີກວ່າມານີ້, “ຈາກການເປີດນຳໃຊ້ ຮອດຄວາມໂລ່ງລ່ຽນ, ຈາກຄວາມໂລ່ງລ່ຽນຮອດ ຄວາມວ່ອງໄວ, ຈາກຄວາມວ່ອງໄວຮອດຄວາມຈະເລີນຮຸ່ງເຮືອງ”, “ເສັ້ນທາງຄຳດ້ານການຂົນສົ່ງ” ມີປະສິດທິພາບນັບມື້ນັບພົ້ນເດັ່ນຂຶ້ນ. ຄັນຊັ້ນ, ຢູ່ເບື້ອງຫຼັງນີ້ແມ່ນມີສາເຫດຫຍັງ?
ກ່ອນອື່ນໝົດ, ທາງລົດໄຟຈີນ-ລາວສອດຄ່ອງກັບຄວາມປາດຖະໜາຮ່ວມຂອງລັດຖະບານສອງປະເທດ ແລະ ປະຊາຊົນສອງຊາດຈີນ-ລາວ, ສອງຝ່າຍຕ່າງກໍໄດ້ໃຫ້ຄວາມສຳຄັນໃນລະດັບສູງ. ໃນເວລາທີ່ເປີດນຳໃຊ້ທາງລົດໄຟຈີນ-ລາວ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຊີ້ອອກວ່າ: ທາງລົດໄຟຈີນ-ລາວເປັນໂຄງການແບບຢ່າງແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງສອງປະເທດ. ສອງຝ່າຍຄວນຮັກສາທາງລົດໄຟສາຍນີ້ໃຫ້ດີ ແລະ ບໍລິຫານໃຫ້ດີ, ພັດທະນາ ແລະ ກໍ່ສ້າງບໍລິເວນອ້ອມຂ້າງໃຫ້ດີ, ສ້າງໃຫ້ເປັນເສັ້ນທາງຄຳດ້ານການຂົນສົ່ງ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຊາດ. ເດືອນຕຸລາປີ 2024, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວ ໂດຍຊີ້ອອກວ່າ: ສອງຝ່າຍຄວນສືບຕໍ່ພັດທະນາທາງລົດໄຟຈີນ-ລາວໃຫ້ເຂັ້ມແຂງຂຶ້ນ, ຊຸກຍູ້ການສ້າງແລວເສດຖະກິດຈີນ-ລາວ, ສ້າງແບບຢ່າງແຫ່ງການຮ່ວມມືຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ສ່ວນການສ້າງທາງລົດໄຟຈີນ-ລາວກໍເປັນແຜນຍຸດທະສາດສຳຄັນຂອງປະເທດລາວທີ່ຫັນຈາກ “ປະເທດທີ່ບໍ່ມີທາງອອກສູ່ທະເລ” ເປັນ “ປະເທດເຊື່ອມໂຍງເຊື່ອມຈອດ”, ລັດຖະບານລາວໄດ້ສະໜັບສະໜູນການສ້າງ ແລະ ການເຄື່ອນໄຫວຂອງທາງລົດໄຟຈີນ-ລາວມາໂດຍຕະຫຼອດ. ທ່ານທອງລຸນ ສີສຸລິດເຄີຍກ່າວວ່າ: ທາງລົດໄຟຈີນ-ລາວໄດ້ເຮັດໃຫ້ “ຄວາມໃຝ່ຝັນທາງລົດໄຟ” ຂອງປະຊາຊົນບັນດາເຜົ່າຂອງປະເທດລາວບັນລຸຜົນເປັນຈິງ. ລາວຍິນດີຮ່ວມກັບຈີນບົວລະບັດຮັກສາ ແລະ ບໍລິຫານທາງລົດໄຟລາວ-ຈີນໃຫ້ດີ, ສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ປະຊາຊົນສອງຊາດລາວ-ຈີນໃຫ້ໄດ້ຫຼາຍກວ່າເກົ່າ, ປະກອບສ່ວນເຂົ້າໃນການຊຸກຍູ້ການເຊື່ອມໂຍງເຊື່ອມຈອດ ແລະ ການພັດທະນາຂອງພາກພື້ນ.
ສອງປະເທດຈີນ ແລະ ລາວມີສາຍພົວພັນດ້ານເສດຖະກິດການຄ້ານັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງໄດ້ຊຸກຍູ້ທາງລົດໄຟຈີນ-ລາວທີ່ເປັນ “ເສັ້ນທາງຄຳດ້ານການຂົນສົ່ງ” ມີປະສິດທິຜົນນັບມື້ນັບສູງຂຶ້ນ ແລະ ຂະນະດຽວກັນ, ທາງລົດໄຟສາຍນີ້ກໍໄດ້ຊຸກຍູ້ການພັດທະນາດ້ານເສດຖະກິດການຄ້າລະຫວ່າງຈີນ-ລາວເຊັ່ນດຽວກັນ. ຕົວເລກຂໍ້ມູນໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈະເລີນຮຸ່ງເຮືອງຂອງການຄ້າລະຫວ່າງຈີນ ແລະ ລາວ ຄື: ປັດຈຸບັນ, ຈີນເປັນປະເທດທີ່ມີການລົງທຶນຢູ່ລາວຫຼາຍທີ່ສຸດ, ເປັນປະເທດທີ່ນຳເຂົ້າສິນຄ້າຈາກປະເທດລາວຫຼາຍທີ່ສຸດ ແລະ ເປັນປະເທດຄູ່ການຄ້າໃຫຍ່ອັນດັບສອງຂອງລາວ. ແຕ່ເດືອນມັງກອນ ຫາເດືອນພະຈິກປີ 2024, ມູນຄ່າການຄ້າສອງຝ່າຍລະຫວ່າງຈີນ ແລະ ລາວມີເຖິງ 7,401 ຕື້ໂດລາ; ນັບແຕ່ເປີດນຳໃຊ້ເມື່ອເດືອນທັນວາປີ 2021 ເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ເສີມຂະຫຍາຍບົດບາດສຳຄັນຢ່າງຕໍ່ເນື່ອງ, ລົດໄຟຂົນສົ່ງສິນຄ້າຂ້າມຊາດຕໍ່ມື້ໄດ້ເພີ່ມຈາກ 2 ຖ້ຽວຂຶ້ນເປັນ 20 ຖ້ຽວຕໍ່ມື້, ສິນຄ້າກໍເພີ່ມຈາກ 10 ກວ່າຊະນິດຂຶ້ນເປັນ 3.800 ກວ່າຊະນິດໃນປັດຈຸບັນ ເຊິ່ງໄດ້ເປັນການສະໜອງຊ່ອງທາງຂົນສົ່ງທີ່ສະດວກ ແລະ ວ່ອງໄວ ທັງມີປະສິດທິພາບສູງແກ່ການຄ້າສອງຝ່າຍ.
ທາງລົດໄຟຈີນ-ລາວບໍ່ພຽງແຕ່ໄດ້ສ້າງຜົນປະໂຫຍດໃຫ້ແກ່ສອງປະເທດຈີນ-ລາວເທົ່ານັ້ນ ແຕ່ຍັງໄດ້ຕອບສະໜອບກັບຄວາມຕ້ອງການ ແລະ ສ້າງຜົນປະໂຫຍດໂດຍກົງ ແລະ ທາງອ້ອມໃຫ້ແກ່ບັນດາປະເທດອ້ອມຂ້າງອີກດ້ວຍ. ນັບແຕ່ທາງລົດໄຟຈີນ-ລາວເປີດນຳໃຊ້ຕະຫຼອດ 3 ປີຜ່ານມາ, ທຸລະກິດຂົນສົ່ງສິນຄ້າໄດ້ພັດທະນາຢ່າງຄຶກຄັກ, ຂອບເຂດການຂົນສົ່ງສິນຄ້າໄດ້ຂະຫຍາຍວົງກວ້າງອອກຢ່າງບໍ່ຢຸດຢັ້ງ. ນັບມາຮອດປັດຈຸບັນ, ຂອບເຂດການຂົນສົ່ງສິນຄ້າຂ້າມຊາດຕາມທາງລົດໄຟຈີນ-ລາວໄດ້ກວມເອົາ 31 ແຂວງ (ເຂດປົກຄອງຕົນເອງ, ກຳແພງນະຄອນ)ຂອງຈີນ, 19 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ລາວ, ໄທ, ຫວຽດນາມ, ສິງກະໂປ ແລະປະເທດອື່ນໆ ເຊິ່ງໄດ້ຊຸກຍູ້ການໄປມາຫາສູ່ກັນດ້ານການຄ້າ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງພາກພື້ນ. ຫວ່າງກ່ອນນີ້ບໍ່ດົນ, ລົດໄຟຂົນສົ່ງສິນຄ້າສາກົນ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຕາມທາງລົດໄຟຈີນ-ລາວທີ່ບັນທຸກກຸ້ງແຊ່ເຢັນ 24 ໂຕນຂອງຈັງຫວັດສົງຂາປະເທດໄທໄດ້ແລ່ນເຂົ້າສູ່ສະຖານີຕາເວັນຕົກຫວາງເຈ່ຍຢິງນະຄອນຄຸນໝິງແຂວງຢຸນນານຈີນ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການທົດລອງຂົນສົ່ງຜະລິດຕະພັນສິນໃນນ້ຳທີ່ສົດ ຫຼື ແຊ່ເຢັນຕາມທາງລົດໄຟຈີນ-ລາວໄດ້ເລີ່ມຕົ້ນຢ່າງເປັນທາງການ ແລະກໍໝາຍເຖິງປະເພດສິນຄ້າທີ່ຂົນສົ່ງຂ້າມຊາດຕາມທາງລົດໄຟຈີນ-ລາວໄດ້ເປີດກວ້າງອອກອີກຄັ້ງໜຶ່ງ. ສ່ວນທາງລົດໄຟຈີນ-ໄທໄລຍະ 2 ຄາດວ່າຈະລົງມືກໍ່ສ້າງໃນປີ 2025, ຕອນ “ໜອງຄາຍ-ລາຊະສີມາ” ໄລຍະ 2 ຈະແກ່ຍາວໄປເຖິງໜອງຄາຍປະເທດໄທທີ່ຂັ້ນກັບນະຄອນຫຼວງວຽງຈັນປະເທດລາວພຽງແຕ່ແມ່ນ້ຳຂອງເທົ່ານັ້ນ ແລະ ຈະເຊື່ອມຕໍ່ກັບທາງລົດໄຟຈີນ-ລາວໃນຕໍ່ໜ້າ.
ສິ່ງທີ່ໜ້າສົນໃຈຄື ການນຳໃຊ້ເຕັກໂນໂລຊີໃໝ່ກໍໄດ້ຊຸກຍູ້ການຍົກລະດັບປະສິດທິພາບການຂົນສົ່ງ ແລະ ຜ່ານດ່ານຕາມທາງລົດໄຟຈີນ-ລາວ. ສາງສະສົມສິນຄ້າທີ່ຢູ່ດ່ານບໍ່ຫານ ໄດ້ນຳໃຊ້ເຕັກໂນໂລຊີລ້ຳຍຸກ ເຊັ່ນ: 5G, ລະບົບນຳທາງທຽມ ເປີຍໂຕວ, AI ແລະອື່ນໆ ເພື່ອສ້າງໃຫ້ເປັນສາງແບບດິຈິຕອນ ແລະ ອັດສະລິຍະ ເຊິ່ງໄດ້ຍົກສູງປະສິດທິພາບໃນການຂົນຖ່າຍສິນຄ້າໃຫ້ສູງຂຶ້ນຢ່າງຫຼວງຫຼາຍ. ພ້ອມກັນນັ້ນ, ພາກສ່ວນທາງລົດໄຟ, ດ່ານພາສີ ແລະ ການກວດກາການເຂົ້າອອກເມືອງຕາມທາງລົດໄຟຈີນ-ລາວໄດ້ເພີ່ມທະວີການແລກປ່ຽນປະສານງານກັນ, ໄດ້ສຳເລັດການປັບສ້າງດ່ານທາງລົດໄຟບໍ່ຫານໃຫ້ເປັນມີບົດບາດຫຼາຍຍິ່ງຂຶ້ນ ແລະເປັນແບບອັດສະລິຍະ, ການຜ່ານດ່ານຂອງສິນຄ້ານຳເຂົ້າ ແລະ ສົ່ງອອກຕ່າງໄດ້ປະຢັດເວລາ 60% ແລະ 90% ຕາມລຳດັບ ເມື່ອທ່ຽບໃສ່ໄລຍະເບື້ອງຕົ້ນຂອງການເປີດນຳໃຊ້ທາງທາງລົດໄຟ, ປະສິດທິພາບຂອງການຜ່ານດ່ານໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ.
“ເຖິງຈະເປັນຄວາມໃຝ່ຝັນທີ່ໄກແສນໄກ ແຕ່ຍຶດໝັ້ນບຸກບືນສູ້ຊົນກໍຈະບັນລຸຄວາມຝັນໄດ້ໃນທີ່ສຸດ; ຢາກຈະບັນລຸຄວາມປາດຖະໜາກໍຈະປະສົບຄວາມຫຍຸ້ງຍາກລຳບາກຕ່າງໆນານາ, ຂໍແຕ່ຍຶດໝັ້ນຕະຫຼອດໄປກໍຈະສາມາດບັນລຸຜົນເປັນຈິງໄດ້.” ຜົນສຳເລັດຂອງທາງລົດໄຟຈີນ-ລາວໄດ້ພິສູດໃຫ້ເຫັນວ່າ: ເສັ້ນທາງແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຈະນັບມື້ນັບກວ້າງອອກ. ທາງລົດໄຟຈີນ-ລາວທີ່ເຊື່ອມຕໍ່ສອງປະເທດ ແລະ ພາກພື້ນໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດຈີນ-ລາວ ດ້ວຍຄວາມສາມາດການຂົນສົ່ງທີ່ເຂັ້ມແຂງ ແລະ ເຊື່ອມຈອດກັບພາກພື້ນ. ໃນອະນາຄົດ, ທາງລົດໄຟຈີນ-ລາວຈະສືບຕໍ່ເສີມຂະຫຍາຍບົດບາດທີ່ສຳຄັນ, ຊຸກຍູ້ການພັດທະນາເສດຖະກິດຂອງສອງປະເທດຈີນ-ລາວ ກໍຄື ພາກພື້ນອາຊີຕາເວັນອອກສຽງໃຕ້, ຂຽນປະຫວັດສາດໜ້າໃໝ່ໃນການຊຸກຍູ້ໃຫ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ພັດທະນາດ້ວຍຄຸນນະພາບສູງ.