ເວລາປະມານ 15 ໂມງຂອງວັນທີ 3 ມັງກອນນີ້, ລົດໄຟຂົນສົ່ງສິນຄ້າສາກົນ“ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ຂອງທາງລົດໄຟລາວ-ຈີນທີ່ບັນທຸກກຸ້ງສຸກແຊ່ເຢັນຂອງໄທ 24 ໂຕນຂະບວນໜຶ່ງໄດ້ແລ່ນເຂົ້າສູ່ສະຖານີຫວາງເຈ່ຍຢີງຕາເວັນຕົກຂອງນະຄອນຄຸນໝິງ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ການທົດລອງຂົນສົ່ງອາຫານທະເລແຊ່ເຢັນຜ່ານທາງລົດໄຟລາວ-ຈີນໄດ້ເລີ່ມດຳເນີນຢ່າງເປັນທາງການ, ເຮັດໃຫ້ປະເພດສິນຄ້າທີ່ຂົນສົ່ງຂ້າມຊາຍແດນຜ່ານທາງລົດໄຟລາວ-ຈີນໄດ້ເພີ່ມຂຶ້ນອີກ. ອາຫານທະເລຂອງໄທງວດນີ້ມາຮອດຕະຫຼາດຂອງຈີນຈະເຮັດໃຫ້ຜູ້ບໍລິໂພກຂອງຈີນມີທາງເລືອກດ້ານອາຫານເພີ່ມຂຶ້ນອີກໃນໄລຍະບຸນກຸດຈີນ.