ເປີດລົດໄຟຂົນສົ່ງໝາກໄມ້ອາຊີຕາເວັນອອກສຽງໃຕ້ແຊ່ເຢັນຈາກນະຄອນຫຼວງວຽງຈັນຂອງລາວໄປຮອດນະຄອນຫວຍຮວ້າແຂວງຫູໜານຈີນໂດຍກົງ

CGTN, January 3, 2025
Size:

ວັນທີ 1 ມັງກອນນີ້, ລົດໄຟແຊ່ເຢັນທີ່ນຳເຂົ້າໝາກໄມ້ອາຊີຕາເວັນອອກສຽງໃຕ້ໂດຍກົງຈາກນະຄອນຫຼວງວຽງຈັນຂອງລາວໄປຮອດນະຄອນຫວຍຮວ້າແຂວງຫູໜານຈີນຂະບວນທຳອິດໄດ້ແລ່ນໄປຮອດທ່າບົກສາກົນຫວຍຮວ້າ, ຕໍ່ມາຈະແຈກຢາຍຂົນສົ່ງໄປເຖິງປັກກິ່ງແລະແຫ່ງຕ່າງໆທົ່ວປະເທດຈີນ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ຮູບແບບດຳເນີນທຸລະກິດທີ່ເປັນເອກະລັກແຊ່ເຢັນທ່າບົກສາກົນຂອງນະຄອນຫວຍຮວ້າໄດ້ເປັນຮູບເປັນຮ່າງຂຶ້ນໂດຍພື້ນຖານ, ບົດບາດການໂຮມສຸມແລະແຈກຢາຍສິນຄ້າໄດ້ມີລະດັບສູງຂຶ້ນ, ໄດ້ເປີດຊ່ອງທາງໃໝ່ທີ່ຂົນສົ່ງໝາກໄມ້ອາຊີຕາເວັນອອກສຽງໃຕ້ໄປສູ່ເຂດພາກກາງຂອງຈີນໂດຍກົງ.

ທ່າບົກສາກົນຫວຍຮວ້າຈະສືບຕໍ່ລົງເລິກການຮ່ວມມືກັບວິສາຫະກິດຈໍລະຈອນສິນຄ້າແຊ່ເຢັນທີ່ນຳໜ້າຢູ່ຈີນແລະຕ່າງປະເທດ, ຊຸກຍູ້ການຈໍລະຈອນສິນຄ້າແບບແຊ່ເຢັນໃຫ້ຫັນເປັນແບບອັດສະລິຍະແລະແບບດີຈີດອນ.