ປະ​ລິ​ມານ​​ຂົນ​ສົ່ງ​ສິນ​ຄ້າ​ຜ່ານ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ມີຫຼາຍກວ່າ 50 ລ້ານ​ໂຕນ ໄດ້​ຊ່ວຍ​ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ

CGTN, January 2, 2025
Size:

ວັນທີ 2 ມັງກອນນີ້, ຄຽງຄູ່ກັບລົດໄຟຂົນສົ່ງສິນຄ້າສາກົນຂອງທາງລົດໄຟຈີນ-ລາວທີ່ໄດ້ບັນທຸກຜັກແລະໝາກໄມ້ສົດຂະບວນໜຶ່ງໄດ້ອອກເດີນທາງຈາກສະຖານີຫວາງເຈ່ຍຢິງຕາເວັນຕົກຂອງນະຄອນຄຸນໝິງແຂວງຢຸນນານ ແລະ ແລ່ນລົງໃຕ້ໄປສູ່ປະເທດລາວຢ່າງວ່ອງໄວ, ເປັນຂີດໝາຍສະແດງໃຫ້ເຫັນວ່ານັບແຕ່ເປີດນຳໃຊ້ທາງລົດໄຟຈີນ-ລາວໃນປີ 2021 ເປັນຕົ້ນມາ, ຍອດປະລິມານຂົນສົ່ງສິນຄ້າໄດ້ມີເຖິງຫຼາຍກວ່າ 50 ລ້ານໂຕນ.

ຕາມສະຖິຕິ, ຍອດປະລິມານຂົນສົ່ງສິນຄ້າຜ່ານທາງລົດໄຟຈີນ-ລາວໃນປີ 2024 ໄດ້ມີເຖິງ 19.600.000 ໂຕນ, ໄດ້ຮັກສາຢູ່ໃນລະດັບຫຼາຍກວ່າ 5 ໝື່ນໂຕນຕໍ່ມື້,ໃນນັ້ນປະລິມານຂົນສົ່ງສິນຄ້າຂ້າມຊາຍແດນມີເຖິງ 4.780.000 ໂຕນ,ປະລິມານສິນຄ້ານຳເຂົ້າຫຼາຍກວ່າປະລິມານສິນຄ້າສົ່ງອອກຢ່າງຫຼວງຫຼາຍ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຕ້ອງການຂອງຕະຫຼາດແລະຄວາມມີຊີວິດຊີວາດ້ານການຄ້າທີ່ເຂັ້ມແຂງ.  ການຂົນສົ່ງສິນຄ້າຜ່ານທາງລົດໄຟຈີນ-ລາວໄດ້ມີການຫັນປ່ຽນຢ່າງຈະແຈ້ງຄື “ຈາກການເປີດນຳໃຊ້ຮອດການແລ່ນສະດວກ, ຈາກການແລ່ນສະດວກຮອດການແລ່ນໄວ ແລະ ຈາກການແລ່ນໄວຮອດການແລ່ນຫຼາຍຖ້ຽວ”,ເຊິ່ງໄດ້ໃຫ້ການສະໜັບສະໜູນດ້ານກຳລັງການຂົນສົ່ງທີ່ເຂັ້ມແຂງແກ່ການລົງເລິກການຮ່ວມມືໃນຫຼາຍດ້ານລະຫວ່າງຈີນກັບບັນດາປະເທດອາຊຽນເຊັ່ນ: ການຄ້າ,ການລົງທຶນແລະດ້ານອື່ນໆ,ຍິ່ງໄດ້ເພີ່ມພະລັງແຮງທີ່ເຂັ້ມແຂງເຂົ້າໃນການໄປມາຫາສູ່ກັນດ້ານເສດຖະກິດການຄ້າໃນສາກົນຕື່ມອີກ.