ວັນທີ 30 ທັນວານີ້, ເວັບໄຊກະຊວງການຕ່າງປະເທດຈີນແຈ້ງຂ່າວວ່າ: ວັນທີ 27 ທັນວານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານຫູເຫວີຍຜູ້ຕາງໜ້າວຽກງານຊາຍແດນແລະທະເລຂອງກະຊວງການຕ່າງປະເທດຈີນກັບທ່ານວູຢວນໄຫຮອງຫົວໜ້າກົຜະລິດຕະພັນນ້ຳຂອງກະຊວງການພັດທະນາກະສິກຳແລະຊົນນະບົດຫວຽດນາມໄດ້ຮ່ວມກັນເປັນເຈົ້າພາບກອງປະຊຸມເປິກສາຫາລືຮອບທີ 4 ກ່ຽວກັບສັນຍາການຮ່ວມມືດ້ານການພັດທະນາແບບຍືນຍົງຂອງຂະແໜງການປະມົງອ່າວເປີຍປູ້. ຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ສອງຝ່າຍໄດ້ຫວນຄືນຄວາມຄືບໜ້າການເປິກສາຫາລືຮອບກ່ອນ, ໄດ້ແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງກ່ຽວກັບເນື້ອໃນທີ່ກ່ຽວຂ້ອງໃນສັນຍາ. ສອງຝ່າຍຍິນດີຊຸກຍູ້ການຮ່ວມມືດ້ານການຮັກສາຊັບພະຍາກອນຕື່ມອີກ, ເລ່ັງລັດຂະບວນການເປິກສາຫາລື, ພະຍາຍາມກ້າວເຖິງຂັ້ນເປັນເອກະສັນກັນໂດຍໄວ, ຮ່ວມກັນທຳຄວາມພະຍາຍາມຢ່າງຕັ້ງໜ້າເຂົ້າໃນການພັດທະນາແບບຍືນຍົງຂອງຂະແໜງການປະມົງຢູ່ອ່າວເປີຍປູ້.